ຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ເຂົ້າຮ່ວມການສະຫລຸບສົກຮຽນຢູ່ສະຖາບັນການເມືອງການປົກຄອງແຫ່ງຊາດ ໂຮ່ຈີມິນ

ຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ເຂົ້າຮ່ວມການສະຫລຸບສົກຮຽນຢູ່ສະຖາບັນການເມືອງການປົກຄອງແຫ່ງຊາດ ໂຮ່ຈີມິນ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ​ກ່າວຄຳເຫັນນະພິທີ
(ພາບ: VGP/Từ Lương)

(vovworld) – ຕອນ​ເຊົ້າ​ວັນ​ທີ 5/8, ຢູ່​ນະຄອນ ດ່າ​ໜັງ, ສະ​ຖາ​ບັນການເມືອງການ​ປົກຄອງ​ແຫ່ງ​ຊາດ ​ໂຮ່ຈີ​ມິນ ​ໄດ້​ຈັດ​ຕັ້ງ​ພິທີ​ສະຫລຸບ​ສົກຮຽນ 2012 – 2013 ​ແລະ ຜັນ​ຂະຫຍາຍ​ທິດ​ທາງ​ໜ້າ​ທີ່​ສົກຮຽນ 2013 – 2014. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ​ໄດ້​ຮັບ​ຮູ້​ບັນດາ​ຜົນງານ​ເຊິ່ງສະ​ຖາ​ບັນ​ການເມືອງການ​ປົກຄອງ​ແຫ່ງ​ຊາດ ​ໂຮ່ຈີ​ມິນ ບັນລຸ​ໄດ້​ໃນ​ຊຸມ​ປີຜ່ານມາ, ພິ​ເສດ​ແມ່ນ​ໃນ​ວຽກ​ງານ​ບຳລຸງ​ສ້າງ​ລວງ​ເລິກວິຊາ, ຄົ້ນ​ຄ້ວາ​ວິ​ທະຍາ​ສາດ, ການ​ພົວພັນ​ຮ່ວມ​ມື​ສາກົນ, ບູລະນະ​ຍົກ​ລະດັບ​ພື້ນຖານ​ວັດຖຸ​ຮັບ​ໃຊ້​ວຽກ​ງາ​ນສິດສອນ ​ແລະ ຮຳ່ຮຽນ​ຂອງ​ສະ​ຖາ​ບັນ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ​ເນັ້ນ​ໜັກ​ວ່າ: ສະ​ຖາ​ບັນ​ການເມືອງການ​ປົກ​ຄອງ​ແຫ່ງ​ຊາດ ​ໂຮ່ຈີ​ມິນ ຄວນ​ສຸມ​ໃສ່​ປະຕິບັດ​ວຽກ​ງານ​ບຳລຸງ​ສ້າງ​ພະ​ນັກ​ງານນຳພາ​ພັກ, ອຳນາດ​ການ​ປົກຄອງ, ອົງການຈດຕັ້ງມະຫາຊົນ, ບັນດາ​ລັດວິ​ສາ​ຫະກິດ, ຮັບ​ໃຊ້​ໃຫ້​ແກ່​ພາລະກິດ​ພັດທະນາ​ຂອງ​ປະ​ເທດ​ຊາດ. ທ່ານ ​ເວົ້າ​ວ່າ:

    “ທ່າ​ແຮງ​ຂອງ​ພວກ​ເຮົາ​ແມ່ນ​ບຳລຸງ​ສ້າງ​ບັນດາ​ການ​ນຳ​ພັກ, ລັດ, ອົງການຈັດຕັ້ງມະຫາຊົນ ​ແລະ ລັດ​ວິ​ສາ​ຫະກິດ. ຕ້ອງ​ອີງ​ໃສ່​ພື້ນຖານ​ຄື: ສະຕິ​ຄວາມ​ຮັບຮູ້ທິດສະດີ Mac Lenin, ​ແນວທາງ​ຂອງ​ພັກ, ພຶດຕິກຳ​ຕົວ​ຈິງ​ໃນ​ປະຈຸ​ບັນ​ຂອງ​ປະ​ເທດ​ຊາດ, ຄົ້ນ​ຄ້ວາ​ວິທະຍາສາດ​ ຫັນ​ເປັນ​ເນື້ອ​ໃນ​ການ​ບຳລຸງ​ສ້າງ ​ແລະ ວິທີ. ຕ້ອງ​ປ່ຽນ​ໃໝ່​ການ​ຄຸ້ມ​ຄອງ​ສະ​ຖາ​ບັນ, ຍູ້​ແຮງ​ວຽກ​ງານ​ຄົ້ນ​ຄ້ວາ​ວິທະຍາສາດ, ສ້າງ​ຖັນ​ແຖວ​ພະນັກງານ​ສິດສອນ, ພະນັກງານ​ຄຸ້ມ​ຄອງບັນລຸມາດຖານເພື່ອ​ກາຍ​ເປັນ​ຮາກ​ຖານ​ບຳລຸງ​ສ້າງ​ມະຫາ​ວິທະຍາ​ໄລ​ດີ​ເດັ່ນ​.”

ຂ່າວ/ບົດ​ອື່ນ