(vovworld) - ຕອນບ່າຍວັນທີ 12/07, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູວັນນິງ ໄດ້ໃຫ້ການຕ້ອນຮັບປະທານ, ທັງເປັນຜູ້ອຳນວຍການໃຫຍ່ອົງການສົ່ງເສີມການຄ້າຍີ່ປຸ່ນ (JETRO) Hiroyuki Ishige. ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ສະແດງຄວາມປາດຖະໜາວ່າ ໂດຍຜ່ານບັນດາການເຄື່ອນໄຫວຂອງຕົນໃນທົ່ວໂລກ, JETRO ຈະຊ່ວຍສົ່ງເສີມບໍ່ພຽງແຕ່ວິສາຫະກິດຂອງຍີ່ປຸ່ນ ລົງທຶນເຂົ້າຫວຽດນາມ ເທົ່ານັ້ນ, ຫາກຍັງມີທັງວິສາຫະກິດຂອງບັນດາປະເທດໃນພາກພື້ນ ແລະ ໃນໂລກມາຊອກຫາກາລະໂອກາດ, ຮ່ວມມືລົງທຶນຢູ່ຫວຽດນາມ ອີກດ້ວຍ. ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ຢືນຢັນວ່າ ຍາມໃດລັດຖະບານຫວຽດນາມ ກໍເຄົາລົບ ແລະ ຮັບຟັງຄຳເຫັນຂອງບັນດານັກລົງທຶນທັງຢູ່ພາຍໃນ ແລະ ຕ່າງປະເທດ, ສືບຕໍ່ສ້າງສຳເລັດກົນໄກນະໂຍບາຍ, ສ້າງສະພາບແວດລ້ອມແຫ່ງການລົງທຶນທີ່ສະດວກໃຫ້ແກ່ບັນດານັກລົງທຶນ, ສະເໝີພາບລະຫວ່າບັນດານັກລົງທຶນສາກົນ, ໃນນັ້ນແມ່ນຍີ່ປຸ່ນ.