ຮອງນາຍົກລັດຖະມົນຕີ ຫວູວັນນິງ ຕ້ອນຮັບລັດຖະມົນຕີການຄ້າຕ່າງປະເທດ ສ.ຝລັ່ງ

ຮອງນາຍົກລັດຖະມົນຕີ ຫວູວັນນິງ ຕ້ອນຮັບລັດຖະມົນຕີການຄ້າຕ່າງປະເທດ ສ.ຝລັ່ງ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ
ຕ້ອນຮັບ​ທ່ານ​ນາງລັດຖະມົນຕີ​ການ​ຄ້າຕ່າງປະ​ເທດ ສ.ຝລັ່ງ
(ພາບ: vietnamplus.vn)


(vovworld) - ຕອນ​ບ່າຍ​ວັນ​ທີ 09/04, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ນາງລັດຖະມົນຕີ​ການ​ຄ້າຕ່າງປະ​ເທດ ສ.ຝລັ່ງ Nicole Bricq. ທີ່​ການ​ຕ້ອນຮັບ, ທ່ານ​ຮອງ​ນາຍົກລັດຖະມົນຕີ ​ໄດ້​ເນັ້ນ​ໜັກ​ວ່າ ​ໃນ​ໄລ​ຍະ​ຈະ​ມາ​ເຖິງ 2 ປະ​ເທດ​ຕ້ອງ​ເພີ່ມ​ທະວີ​ກົນ​ໄກ​ແລກປ່ຽນ​ຂໍ້​ມູນ​ເປ​ັນປະຈຳ, ຍູ້​ແຮງ​ບັນດາຄະນະ​ນັກທຸລະກິດ, ສົ່ງ​ເສີມ​ການ​ຄ້າ​ການ​ລົງທຶນກວ່າ​ອີກ. ຄຽງ​ຂ້າງ​ນັ້ນ, ຜັນ​ຂະຫຍາຍ​ບັນດາ​ໂຄງການ​ຈຸດ​ສຸມ​ໃນ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ຄື ​ໂຄງການ​ເສັ້ນ​ທາງ​ລົດ​​ໄຟ​ເຂດ​ຕົວ​ເມືອງ​ເລກ 3 ຢູ່​ຮ່າ​ໂນ້ຍ, ​ໂຄງການ​​ອຸປະກອນ​ໃຫ້​ແກ່​ໂຮງໝໍ​ຫລາຍ​ຂະ​ແໜງ ​ເກີນ​ເທີ. ທ່ານ​ຮອງ​ນາຍົກ​ລັດຖະມົນ​ຕີ ກໍ່​ຫວັງ​ວ່າ ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ຫວຽ​ດນາມ - ຝລັ່ງ ຈະ​ຖືກຍົກລະດັບ​​ເປັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ໄລຍະ​ຈະ​ມາ​ເຖິງ​ໂດຍ​ໄວ.

        ສ່ວນ​ທ່ານ​ນາງລັດຖະມົນຕີ​ການ​ຄ້າ​ຕ່າງປະ​ເທດຝລັ່ງ Nicole Bricq ​​ໄດ້​ຖື​ວ່າ ຫວຽດນາມ ​ແລະ ຝລັ່ງຊຸກຍູ້​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ໃນ​ຫລາຍ​ຂົງ​ເຂດ​ໃຫ້​ມີ​ປະສິດທິ​ຜົນ​ກວ່າ​ອີກ, ປະກອບສ່ວນ​ເຂົ້າ​ໃນກິດຈະ​ການ​ສ້າງສາ ​ແລະ ພັ​ດທະນາ​ຂອງ​ແຕ່ລະ​ປະ​ເທດ.

ຂ່າວ/ບົດ​ອື່ນ