ຮອງນາຍົກລັດຖະມົນຕີ ຫວຽດນາມ ຮ່ວາງຈຸງຫາຍ ເຮັດວຽກຢູ່ແຂວງນິງຖ້ວນ


ຮອງນາຍົກລັດຖະມົນຕີ ຫວຽດນາມ ຮ່ວາງຈຸງຫາຍ ເຮັດວຽກຢູ່ແຂວງນິງຖ້ວນ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຮ່​ວາງ​ຈຸງ​ຫາຍ​ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ​ພິ​ຈາ​ລະ​ນາ​ກົນ​ໄກ​ໜູນ​ຊ່ວຍ​ການ ​ລົງ​ທຶນກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ແຂວງ​ນິງ​ຖ້ວນ       (ພາບ: baodientuchinhphu)

(vovworld)- ຕອນ​ເຊົ້າ​ວັນ​ທີ 9/3, ຢູ່​ແຂວງ​ນິງ​ຖ້ວນ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຮ່​ວາງ​ຈຸງ​ຫາຍ​ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ​ພິ​ຈາ​ລະ​ນາ​ກົນ​ໄກ​ໜູນ​ຊ່ວຍ​ການ​ລົງ​ທຶນກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ແຂວງ​ນິງ​ຖ້ວນ​ ແນ​ໃສ່​ປະ​ກອບ​ສ່ວນ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ, ສ້າງ​​ຊີ​ວິດການ​ເປັນ​ຢູ່​ຂອງປະ​ຊາ​ຊົນ​ຢູ່​ເຂດ​ຮັບ​ຜົນ​ສະ​ທ້ອນ​ຈາກ​ການກໍ່​ສ້າງ​ໂຮງ​ງານໄຟ​ຟ້າ​ນິວ​ເຄຼຍ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຮ່​ວາງ​ຈຸງ​ຫາຍ​ ໄດ້​ຊີ້​ນຳ​ບັນ​ດາ​ອົງ​ການ​ສຳ​ນັກ​ງານ​ສືບ​ຕໍ່​ສ້າງ​ແຜນຮ່າງກໍ່​ສ້າງໂຮງ​ງານໄຟ​ຟ້າ​ນິວ​ເຄຼຍນິງ​ຖ້ວນ​ໃຫ້​ສົມ​ບູນ​ແບບ​ເພື່ອ​ຍືນ​ສະ​ເໜີ​ຂັ້ນ​ເທິ່ງ​ພິ​ຈາ​ລະ​ນາ, ຕັດ​ສິນ. ໃນ​ນັ້ນ, ແຜນຮ່າງກໍ່​ສ້າງໂຮງ​ງານໄຟ​ຟ້າ​ນິວ​ເຄຼຍນິງ​ຖ້ວນຕ້ອງ​ເຮັດ​ແຈ້ງ​ກ່ຽວ​ກັບ​ບັນ​ດາ​ຜົນ​ກະ​ທົບ, ຈຸດ​ໃໝ່​ເມື່ອ​ຜັນ​ຂະ​ຫຍາຍ​ການກໍ່​ສ້າງໂຮງ​ງານໄຟ​ຟ້າ​ນິວ​ເຄຼຍນິງ​ຖ້ວນຕາມ​ແຕ່​ລະ​ໄລ​ຍະ​ການກໍ່​ສ້າງ.
ຂ່າວ/ບົດ​ອື່ນ