ຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ຕ້ອນຮັບ ເລຂາທິການໃຫຍ່ CITES

ຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ຕ້ອນຮັບ ເລຂາທິການໃຫຍ່ CITES - ảnh 1

ຮອງ​ນາຍົກລັດຖະມົນຕີຮ່ວາງຈູງ​ຫາຍ​ຕ້ອນຮັບ​ເລຂາທິການ​ໃຫຍ່CITES

(ພາບ: Doãn Tấn/TTXVN)

(vovworld) – ທີ່​ການ​ຕ້ອນຮັບ​ທ່ານ John Scanlon, ​ເລຂາທິການ​ໃຫຍ່​ສົນທິສັນຍາ​ກ່ຽວ​ກັບ​ການ​ຄ້າ​ສັດ ​ແລະ ພືດປະ​ເພດ​ຕ່າງໆທີ່​ໃກ້​ຈະ​ສູນພັນ (CITES) ສາກົນ, ຕອນ​ເຊົ້າ​ວັນ​ທີ 28/5, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ຢັ້ງຢືນ​ລັດຖະບານ ຫວຽດນາມ ປະຕິບັດ​ບັນດາ​ສົນທິສັນຍາ​ພາກ​ພື້ນ ​ແລະ ສາກົນ ກ່ຽວ​ກັບການປົກ​ປັກ​ຮັກສາ​ບັນດາ​ສັດສາ​ວະ​ສິ່ງ​ມີ​ຄວາມ​ຮັບຜິດ​ຊອບ. ໃນຕໍ່ໜ້າ, ຫວຽດນາມ ຈະ​ສືບ​ຕໍ່​ເພີ່ມ​ທະວີ​ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ຄຸ້ມ​ຄອງລັດ ຈາກ​ສູນ​ກາງ ລົງ​ຮອດ​ທ້ອງ​ຖີ່​ນ, ຍູ້​ແຮງ​ວຽກ​ງານ​ໂຄສະນາ​ກໍ່​ຄື​ຍົກ​ສູງ​ສະຕິ​ຂອງ​ປະຊາຊົນ, ວິ​ສາ​ຫະກິດ, ປັບປຸງ​ບັນດາ​ເອກະສານ​ນິຕິກຳ​ກົດໝາຍ​ເພື່ອ​ແນ​ໃສ່​ປົກ​ປັກ​ຮັກສາ​ບັນດາ​ສັດ​ປະເພດຕ່າງໆ.

    ທ່ານ John Scanlon ຕີ​ລາຄາ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ ຫວຽດນາມ ​ໃນ​ການ​ປະຕິບັດ​ສົນທິສັນຍາ​ CITES ​ສາກົນ, ​ໃນ​ນັ້ນ​ພົ້ນ​ເດັ່ນ​ແມ່ນຫັນບັນດາ​ຂໍ້​ກຳນົດ​ຂອງ CITES ເປັນກົດໝາຍຫວຽດນາມ. ທ່ານ John Scanlon ຢືນຢັນ​ວ່າ CITES ສາກົນ​ຈະ​ສືບ​ຕໍ່​ໜູນ​ຊ່ວຍ ​ແລະ ສ້າງ​​ເງື່ອນ​ໄຂ​ໃຫ້ ຫວຽດນາມ ອະນຸລັກ​ຮັກສາ​ສັດປະເພດຕ່າງໆທີ່​ໃກ້​ຈະ​ສູນພັນ, ປະກອບສ່ວນ​ປະຕິບັດ​ສົນທິສັນຍາ​ CITES ຢ່າງ​ມີ​ປະສິດທິ​ຜົນ​ກ່ວາ​ອີກ.

 

 


ຂ່າວ/ບົດ​ອື່ນ