ງານຊຸມ​ນຸມ​ມິດ​ຕິງ ແລະ ເດີນ​ສວນ​ສະ​ໜາມ ແຫ່​ຂະ​ບວນ​ຕອບ​ສະ​ໜອງ​ສັບ​ປະ​ດາ ປ້ອງ​ກັນ, ຕ້ານ​ໄພ​ທຳ​ມະ​ຊາດ ແຫ່ງ​ຊາດ

(VOVWORLD) - ການເຄື່ອນໄຫວໂດຍແຂວງ ດ້ຽນບຽນສົມທົບກັບ ອົງການ World Vision International ປະຈຳ ຫວຽດນາມ ແລະ ສະຫະພັນ ຊ່ວຍເຫຼືອ ເຢຍລະມັນ  (ADH) ຜັນຂະຫຍາຍເພື່ອແນໃສ່ຍົກສູງຄວາມຮັບຮູ້ແລະ ຄວາມສາມາດໃນການຮັບມືກັບໄພທຳມະຊາດ ຂອງປະຊາຄົມ ຢູ່ທ້ອງຖິ່ນ. 
ງານຊຸມ​ນຸມ​ມິດ​ຕິງ ແລະ ເດີນ​ສວນ​ສະ​ໜາມ ແຫ່​ຂະ​ບວນ​ຕອບ​ສະ​ໜອງ​ສັບ​ປະ​ດາ ປ້ອງ​ກັນ, ຕ້ານ​ໄພ​ທຳ​ມະ​ຊາດ ແຫ່ງ​ຊາດ - ảnh 1ທ່ານ ຮ່ວາງວັນວຽນ ຮອງຜູ້ອຳນວຍການພະແນກກະສິກຳ ແລະ ພັດທະນາຊົນນະບົດ ແຂວງ ດຽນບຽນ ກ່າວຄຳເຫັນທີ່ເຫດການ (ພາບ: daibieunhandan.vn)

ວັນທີ 22 ພຶດສະພາ, ຢູ່ສະໜາມຫຼວງ ນະຄອນ ດ້ຽນບຽນຝຸ, ແຂວງ ດຽນບຽນ, ໄດ້ດຳເນີນເຫດການ “ງານຊຸມນຸມມິດຕິງ ແລະ ເດີນສວນສະໜາມ ແຫ່ຂະບວນຕອບສະໜອງສັບປະດາ ປ້ອງກັນ, ຕ້ານໄພທຳມະຊາດ ແຫ່ງຊາດ (15 – 22 ພຶດສະພາ)”. ການເຄື່ອນໄຫວໂດຍແຂວງ ດ້ຽນບຽນສົມທົບກັບ ອົງການ World Vision International ປະຈຳ ຫວຽດນາມ ແລະ ສະຫະພັນ ຊ່ວຍເຫຼືອ ເຢຍລະມັນ  (ADH) ຜັນຂະຫຍາຍເພື່ອແນໃສ່ຍົກສູງຄວາມຮັບຮູ້ ແລະ ຄວາມສາມາດໃນການຮັບມືກັບໄພທຳມະຊາດ ຂອງປະຊາຄົມ ຢູ່ທ້ອງຖິ່ນ. ການເຄື່ອນໄຫວປີນີ້ ສຸມໃສ່ຫົວຂໍ້ ຂອງສັບປະດາ ປ້ອງກັນ, ຕ້ານ ໄພທຳມະຊາດ ແຫ່ງຊາດ: “ມີການກະທຳໂດຍໄວ - ເປັນເຈົ້າການຮັບມືກັບ ໄພທຳມະຊາດ” ໂດຍ ຄະນະຊີ້ນຳ ແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໄພທຳມະຊາດປຸກລະດົມ. ດຽນບຽນ ແມ່ນ ໜຶ່ງ ໃນບັນດາແຂວງ ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ດ້ວຍຫຼາຍຮູບແບບໄພທຳມະຊາດຄື: ພາຍຸ, ລົມແຮງ, ຝົນໝາກເຫັບ, ດິນເຊາະເຈື່ອນ… ສະພາບການນີ້ໄດ້ວາງອອກສິ່ງທ້າທາຍຫຼາຍຢ່າງ ສຳລັບການພັດທະນາແບບຍືນຍົງຂອງ ແຂວງ.

ຕອບກັບ

ຂ່າວ/ບົດ​ອື່ນ