ຮອງນາຍົກລັດຖະມົນຕີ ຮ່ວາງຈຸງຫາຍ ຕ້ອນຮັບລັດຖະມົນຕີການຕ່າງປະເທດອີຕາລີ

ຮອງນາຍົກລັດຖະມົນຕີ ຮ່ວາງຈຸງຫາຍ ຕ້ອນຮັບລັດຖະມົນຕີການຕ່າງປະເທດອີຕາລີ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈຸ​ງຫາຍ
ຕ້ອນຮັບ​ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອີ​ຕາ​ລີ
(ພາບ: TTXVN)


(vovworld) - ຕອນ​ບ່າຍ​ວັນ​ທີ 22/07, ທີ່​ການ​ຕ້ອນຮັບ​ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອີ​ຕາ​ລີ Bruno Archi ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈຸ​ງຫາຍ ຊົມ​ເຊີຍ​ເລື່ອງ​ຫວຽດນາມ ​ແລະ ອົດສຕາ​ລີ ຈັດ​ຕັ້ງ​ ​ການ​ເຄື່ອນ​ໄຫວຕ່າງໆ​ທີ່​ອຸດົມສົມ​ບຸນ​ໃນ​ຂອບ​ເຂດ​ປີ​ຫວຽດນາມ ຢູ່​ອີ​ຕາ​ລີ ​ແລະ ປີ​ອີ​ຕາ​ລີ ຢູ່​ຫວຽດນາມ, ​ເນື່ອງ​ໃນ​ໂອາກາດ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງຕັ້ງສາ​ຍພົວພັນ​ທາງ​ການ​ທູດ​ລະຫວ່າງ 2 ປະ​ເທດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈຸ​ງຫາຍ ສະ​ເໜີ​ໃຫ້ 2 ຝ່າຍ​ສືບ​ຕໍ່​ຮ່ວມ​ມື, ສົມທົບ​ກັນ​​ໃນ​ບັນດາ​ເວທີ​ປາ​ໄສ​ສາກົນ​ຄື ສະຫະ​ປະຊາ​ຊາດ, ​ເວທີ​ປາ​ໄສ​ອາຊີ - ​ເອີ​ລົບ ASEM; ຢືນຢັນ​ວ່າ ດ້ວຍ​ບົດ​ບາດ​ຜູ້​ປະສານ​ງານ​ການ​ພົວພັນ​ລະຫວ່າງ​ອາ​ຊຽນ ​ແລະ ສະຫະພາບ​ເອີ​ລົບ (EU), ຫວຽດນາມ ຈະ​ຕັ້ງໜ້າ​ເປັນ​ຂົວເຊື່ອ​ມຕໍ່​ຊຸກຍູ້​ການ​ພົວພັນ​ 2 ຝ່າຍ. ທ່ານ​ຮອງ​ນາ​ຍົກ​ລັດຖະມົນຕີ ຂໍຂອບ​ໃຈ ອີ​ຕາ​ລີ ທີ່​​ໄດ້ໃຫ້​ຄຳ​ໝັ້ນ​ສັນຍາ​ ສະໜັບສະໜູນ​ຫວຽດນາມ ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ເຂົ້າ​ສະພາ​ສິດທິ​ມະນຸດ​ອາຍຸ​ການ 2014 – 2016 ​ແລະ ສະ​ເໜີ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ປະ​ເທດ​ຄວນ​ສືບ​ຕໍ່​ສົມທົບ​ກັນ​ແລກປ່ຽນ, ​ເປັນ​ເອກະ​ພາບ​ແຜນການ​ເຄື່ອນ​ໄຫວ​ຫວຽດນາມ - ອີ​ຕາ​ລີ ​ໄລຍະ 2013 – 2014; ສືບ​ຕໍ່​ສົມທົບ​ກັນ​ຜັນ​ຂະຫຍາຍ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ດ້ານ​ການ​ເມືອງ, ວັດທະນະທຳ, ສິລະ​ປະ​ຢູ່​ແຕ່ລະ​ປະ​ເທດ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ​ເຫດການ​ທີ່​ສຳຄັນ​ນີ້.
ຂ່າວ/ບົດ​ອື່ນ