ຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ຕ້ອນຮັບປະທານສານສູງສຸດ ສ. ເກົາຫຼີ

(VOVWORLD) - ຕອນບ່າຍວັນທີ 28 ສິງຫາ, ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ເຈືອງຮ່ວາບີ່ງ, ຮອງນາຍົກລັດຖະມົນຕີ ໄດ້ຕ້ອນຮັບປະທານສານສູງສຸດ ສ. ເກົາຫຼີ Yang Sung – Tae ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. 
ຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ຕ້ອນຮັບປະທານສານສູງສຸດ ສ. ເກົາຫຼີ - ảnh 1ປະທານສານສູງສຸດ ສ. ເກົາຫຼີ Yang Sung – Tae ແລະ  ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ

ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ  ຢືນຢັນເຖິງການສະໜັບສະໜູນຢ່າງແຮງຂອງລັດຖະບານ ຫວຽດນາມ ສຳລັບ ການຊຸກຍູ້ການພົວພັນຮ່ວມມືລະຫວ່າງຂະແໜງຍຸຕິທຳເວົ້າລວມ ແລະ ສານ 2 ປະເທດເວົ້າສະເພາະ. ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ: ລັດຖະບານ ຫວຽດນາມ ສະໜັບສະໜູນ ແລະ ສົ່ງເສີມສານປະຊາຊົນສູງສຸດ ຫວຽດນາມ ແລະ ສານສູງສຸດ ສ. ເກົາຫຼີ, ອົງການຮ່ວມມືສາກົນ ສ. ເກົາຫຼີ, ສ້າງ, ຜັນຂະຫຍາຍໂຄງການ “ເພີ່ມທະວີລັກສະນະກະຈ່າງແຈ້ງ ແລະ ຍົກສູງຄຸນນະພາບການພິພາກສາຢູ່ສານ ຫວຽດນາມ” ໂດຍໄວ, ສ້າງປະຖົມປັດໄຈໃຫ້ແກ່ການພັດທະນາການພົວພັນຮ່ວມມືລະຫວ່າງ 2 ປະເທດໃນຂົງເຂດປະຕິຮູບ, ພັດທະນາຍຸຕິທຳ ແລະ ກົດຫມາຍ. ທ່ານຮອງນາຍົກລັດຖະມົນຕີ ຫວັງວ່າ ໂຄງການຈະໄດ້ຮັບການຮັບຮອງເອົາຈາກລັດຖະບານ 2 ປະເທດໂດຍໄວ.

        ສ່ວນທ່ານ ປະທານສານສູງສຸດ ສ. ເກົາຫຼີ Yang Sung – Tae ຫວັງວ່າ  ທ່ານຮອງນາຍົກລັດຖະມົນຕີ ສືບຕໍ່ສະໜັບສະໜູນ, ເອົາໃຈໃສ່ເຖິງໂຄງການຮ່ວມມືລະຫວ່າງສານຂອງ 2 ປະເທດ. ພ້ອມທັງເຊື່ອໝັ້ນວ່າ ສານປະຊາຊົນສູງສຸດ ຫວຽດນາມ ນັບມື້ນັບພັດທະນາຢ່າງແຮງກ່ວາອີກ, ແມ່ນພື້ນຖານຢ່າງໜັກແໜ້ນໃຫ້ແກ່ການພັດທະນາຂອງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ