ຮອງນາຍົກລັດຖະມົນຕີ ເຢຍລະມັນ ຢ້ຽມຢາມ ແຂວງດົ່ງນາຍ

ຮອງນາຍົກລັດຖະມົນຕີ ເຢຍລະມັນ ຢ້ຽມຢາມ ແຂວງດົ່ງນາຍ - ảnh 1
(ບໍລິສັດ Bosch)

(vovworld) – ຕອນ​ບ່າຍ​ວັນ​ທີ 20/11, ທ່ານ​ Sigmar Gabriel, ຮອງ​ນາຍົກລັດຖະມົນຕີ ທັງ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ເສດຖະກິດ ​ແລະ ພະລັງງານ​ເຢຍລະ​ມັນ ​ໄດ​້​ໄປ​ຢ້ຽມຢາມ​ສູນກໍ່​ສ້າງ​ວິຊາ​​ເຕັກນິກ​ອຸດສາຫະກຳ​ຂອງ​ກຸ່ມ​ບໍລິສັດ Bosch (ສາທາລະນະ​ລັດ​ສະຫະພັນ​ເຢຍລະ​ມັນ), ຢູ່​ເຂດ​ອຸດສາຫະກຳ​ລອງ​ແທ່ງ, ​ແຂວງ​ດົ່ງ​ນາຍ. ທ່ານ​ຮອງ​ນາຍົກລັດຖະມົນຕີ​ເຢຍລະ​ມັນ ປາດ​ຖະໜາ​ວ່າ ການ​ພົວພັນທີ່​ໝັ້ນ​ຄົງລະຫວ່າງ​ຫວຽດນາມ ​ແລະ ​ເຢຍລະ​ມັນ ​ຈະ​ເປີ​ດຊ່ອງ​ທາງ​ໃຫ້​ແກ່​ການ​ຍົກ​ສູງ​ມາດຖານກ່ຽວ​ກັບ​ທັກ​ສະວິຊາ​ຊີບ​ຢູ່​ຫວຽດນາມ. ຂໍ້​ລິ​ເລີ່​ມຮ່ວມ​ມື​ລະຫວ່າງ Bosch ​ແລະ Lilama 2 ​ແມ່ນ​ຄວາມ​ມານະ​ພະຍາຍາມ​ທີ່​ນຳ​ໜ້າ ​ແລະ ​ແມ່ນ​ຕົວຢ່າງທີ່​ເດັ່ນເພື່ອ​ໃຫ້​ບັນດາ​ບໍລິສັດ ​ແລະ ​ໂຮງຮຽນ​ສອນ​ວິຊາ​ຊີບ​​ແຫ່ງອື່ນໆ​ຢູ່​ຫວຽດນາມ ມຸ່ງ​ໄປ​ເຖິງ.
ຂ່າວ/ບົດ​ອື່ນ