ຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ໃຫ້ການຕ້ອນຮັບຮອງປະທານຝ່າຍບໍລິຫານກຸ່ມບໍລິສັດ Mitsubishi

(VOVWORLD) - ຕອນບ່າຍວັນທີ 29 ສິງຫາ, ທີ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານຮອງປະທານຝ່າຍບໍລິຫານກຸ່ມບໍລິສັດ Mitsubishi (ຍີ່ປຸ່ນ) Hiroshi Sakuma.
ຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ໃຫ້ການຕ້ອນຮັບຮອງປະທານຝ່າຍບໍລິຫານກຸ່ມບໍລິສັດ Mitsubishi - ảnh 1 ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ແລະ ທ່ານຮອງປະທານຝ່າຍບໍລິຫານກຸ່ມບໍລິສັດ Mitsubishi (ຍີ່ປຸ່ນ) Hiroshi Sakuma (ພາບ: VGP)

ທ່ານຮອງປະທານຝ່າຍບໍລິຫານກຸ່ມບໍລິສັດ Mitsubishi Hiroshi Sakuma ໃຫ້ຮູ້ວ່າ ປັດຈຸບັນ, Mitsubishi ພວມລົງທຶນເຂົ້າ 2 ໂຄງການ BOT ໂຮງງານໄຟຟ້າໃຊ້ພະລັງຄວາມຮ້ອນ ຫວູງອາງ 2 (ກຳລັງຕິດຕັ້ງ 1.200 MW) ແລະ ຫວີງເຕີນ 3 (ກຳລັງຕິດຕັ້ງ 1.980 MW) ຢູ່ ຫວຽດນາມ.

        ສ່ວນທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ຢືນຢັນວ່າ ບັນດາໂຄງການພະລັງງານໄຟຟ້ານັ້ນ ມີບົດບາດສຳຄັນສຳລັບ ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ປາດຖະໜາວ່າ Mitsubishi ມານະພະຍາຍາມຜັນຂະຫຍາຍບັນດາວຽກງານຈຳເປັນ ເພື່ອໃຫ້ 2 ຝ່າຍລົງນາມສັນຍາຮ່ວມມືຜັນຂະຫຍາຍໂຄງການ ຫວູງອາງ 2  ແລະ ຫວີງເຕີນ 3 ເນື່ອງໃນໂອກາດທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຢ້ຽມຢາມ ຍີ່ປຸ່ນ ໃນເດືອນ ຕຸລາ ປີ 2018.

ຕອບກັບ

ຂ່າວ/ບົດ​ອື່ນ