ຮອງນາຍົກລັດຖະມົນຕີຈິ້ງດີງຢຸງຕ້ອນຮັບຫົວໜ້າອົງການຂ້າຫຼວງໃຫຍ່ກ່ຽວກັບສິ່ງແວດລ້ອມ EU


ຮອງນາຍົກລັດຖະມົນຕີຈິ້ງດີງຢຸງຕ້ອນຮັບຫົວໜ້າອົງການຂ້າຫຼວງໃຫຍ່ກ່ຽວກັບສິ່ງແວດລ້ອມ EU - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຈິ້ງ​ດີງ​ຢຸງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ຫົວ​ໜ້າ​ອົງ​ການ​ຂ້າ​ຫຼວງ​ໃຫ​ຍ່​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ​ຂອງ​ສະ​ຫະ​ພາບ​ເອີ​ລົບ (EU) Karmenu Vella

(vovworld)- ວັນ​ທີ 18/11, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຈິ້ງ​ດີງ​ຢຸງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ຫົວ​ໜ້າ​ອົງ​ການ​ຂ້າ​ຫຼວງ​ໃຫ​ຍ່​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ​ຂອງ​ສະ​ຫະ​ພາບ​ເອີ​ລົບ (EU) Karmenu Vella ຊຶ່ງ​ໄດ້​ມາ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ງ​ຢູ່​ຫວຽ​ດນາມ. ທີ່​ທ່ານ​ຕ້ອນ​ຮັບ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຈິ້ງ​ດີງ​ຢຸງ ໃຫ້​ຮູ້​ວ່າ ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມໄດ້​ມີ​ຄຳ​ສັ່ງ​ກ່ຽວ​ກັບ​ບາງວິ​ທີ​ການ​ແກ້​ໄຂ​ດ່ວນ​ໃນ​ວຽກ​ງານ​ປ້ອງ​ກັນ, ສະ​ກັດ​ກັ້ນ ແລະ ຕໍ່​ສູ້​ກັບ​ການ​ກະ​ທຳ​ທຳ​ຮ້າຍ​ສັດ​ປ່າ​ປະ​ເພດ​ຕ່າງໆ​ຢ່າງ​ຜິດ​ກົດ​ໝາຍ, ຊຶ່ງ​ສະ​ແດງ​ໃຫ້​ເຫັນ​ເຖິງ​ເລື່ອງ​ລັດ​ຖະ​ບານ​ຫວຽດ​ນາມ​ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່​ປະ​ຕິບ​ັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ສາ​ກົນ.

       ສ່ວນ​ທ່ານ​ຫົວ​ໜ້າ​ອົງ​ການ​ຂ້າ​ຫຼວງ​ໃຫ​ຍ່​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ​ຂອງ​ສະ​ຫະ​ພາບ​ເອີ​ລົບ (EU) Karmenu Vella ຫວັງ​ວາ​່ : ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ, ຫວຽດ​ນາມ ແລະ ສະ​ຫະ​ພາບ​ເອີ​ລົບ​ຈະ​ຊຸກ​ຍູ້, ເປີດ​ກ້​ວາງ​ການ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ, ເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ໃນ​ຂອບ​ເຂດ​ວິ​ສາ​ຫະ​ກິດ ແລະ ປະ​ຊາ​ຊົນ.
ຂ່າວ/ບົດ​ອື່ນ