ຮອງນາຍົກລັດຖະມົນຕີຈິ້ງດິ່ງຢຸງຕ້ອນຮັບເລຂາຄະນະພັກແຂວງຢວຽນໜານລິ໋ຈີເຄິງ

ຮອງນາຍົກລັດຖະມົນຕີຈິ້ງດິ່ງຢຸງຕ້ອນຮັບເລຂາຄະນະພັກແຂວງຢວຽນໜານລິ໋ຈີເຄິງ - ảnh 1
ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈິ້ງດິ່ງ​ຢ​ຸງ
ຕ້ອນ​ຮັບ​ເລ​ຂາ​ຄະ​ນະ​ພັກ​ແຂວງຢ​ວຽນ​ໜານລິ໋​ຈີ​ເຄິງ
(ພາບ: VGP)

(vovworld) - ​ ​ວັນ​ທີ 13/06, ເນື່ອງ​ໃນ​ໂອ​ກາດ​ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ​ ເຂົ້າ​ຮ່ວມ​ງານ​ຕະ​ຫຼາດ​ນັດ​ຈີນ - ອາ​ຊີ​ໃຕ້​ຄັ້ງ​ທີ 4 ແລະ ງານ​ຕະ​ຫຼາດ​​ນັດຂາ​ອອກ​ຂາ​ເຂົ້າ ​​ກ​ຸນ​ໝິງ ຄັ້ງ​ທີ 24 ຢູ່​ນະ​ຄອນ ​ຄຸນ​ມິງ, ແຂວງ ຢ​ວຽນ​ໜານ, ປະ​ເທດ​ຈີນ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈິ້ງ​ດິ່ງ​ຢຸງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ເລ​ຂາ​ຄະ​ນະ​ພັກ​ແຂວງ​​ກຸນ​ໝິງ ລິ໋​ຈ​ີ​ເຄິງ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈິ້ງ​ດິ່ງ​ຢຸງ ຢືນ​ຢັນ​ວ່າ, ພັກ, ລັດ​ ແລະ ປະ​ຊາ​ຊົນ​ຫວຽດ​ນາມ ເອົາ​ໃຈ​ໃສ່ ແລະ ສະ​ໜັບ​ສະ​ໜຸນ​ການ​ຮ່ວມ​ມື​ມິດ​ຕະ​ພາບ​ລະ​ຫວ່າງ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອ​ງ​ຖິ່ນ​ຕ່າງໆ​ຂອງ​ຫວຽດ​ນາມ ກັບ​ຈີນ ເວ​ົ້າ​ລວມ ແລະ ແຂວງຢ​ວຽນ​ໜານ ເວົ້າ​ສະ​ເພາະ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈິ້ງ​ດິ່ງ​ຢຸງ ສະ​ເໜີ​ໃຫ້​ແຂວງຢ​ວຽນ​ໜານ ແລະ ບັນ​ດາ​ທ້ອງ​ຖິ່ນ​ຢູ່​ເຂດ​ຊາຍ​ແດນ​ຫວຽດ​ນາມ ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ, ສົ​ມ​ທົບ​ກັນ​ປະ​ຕິ​ບັດ​ວາ​ລະ​ປະ​ຊຸມ​ຄັ້ງ​ທີ 6 ກຸ່ມ​ປະ​ຕິ​ບັດ​ງານ​ປະ​ສົມ​ລະ​ຫວ່າງ 4 ແຂວງ ລາວ​ກາຍ, ຮ່າ​ຢາງ, ດ້ຽນ​ບຽນ, ລາຍ​ເຈົາຂອງ​ຫວຽດ​ນາມ ແລະ ແຂວງຢ​ວຽນ​ໜານ ຂອງ​ຈີນ ໃນ​ປີ 2016 ໃຫ້​ເປັນ​ຢ່າງ​ດີ; ເພີ​່ມ​ທະ​ວີ​ການ​​ພົບປະ​ແລກ​ປ່ຽນ​ປະ​ຊາ​ຊົນ.

        ສ່ວນ​ທ່ານ ລິ໋​ຈ​ີ​ເຄິງ ສະ​ເໜີ​ເສີ​ມ​ຂະ​ຫຍາຍ​ບັນ​ດາ​ກົນ​ໄກ​ຮ່ວມ​ມື​ລະ​ຫວ່າງ​ແຂວງຢ​ວຽນ​ໜານກັບ​ທ້ອງ​ຖິ່​ນ​ຕ່າງໆ​ຂອງ​ຫວຽດ​ນາມ ຢ່າງ​ມີ​ປະ​ສິດ​ທິ​ຜົນ; ​ລົງ​ເລິດ​ເຂົ້າ​ໃນການ​ຮ່ວມ​ມື​ດ້ານ​ການ​ຄ້າ​, ເປີດກວ້າງ​ຂອບຂະ​ໜາດ​​ຂາ​ອອກ, ຂາ​ເຂົ້າ​ບັນ​ດາ​ຜະ​ລິດ​ຕະ​ພັນ​ເຊິ່ງ 2 ຝ່າຍ​ມີ​ທ່າ​ແຮງ; ຕັ້ງ​ໜ້າກໍ່​ສ້າງ​ເຂດ​ຮ່ວມ​ມື​ເສດ​ຖະ​ກິດ​ຜ່ານ​​ດ່ານ​ຊາຍ​ແດນເຄື໋ອ​ເຂົ້າ - ລາວ​ກາຍ.

ຂ່າວ/ບົດ​ອື່ນ