ຮອງ​ນາຍົກລັດຖະມົນຕີຜູ້​ປະຈໍາ​ການ​ລັດຖະບານ ​ເຈືອງ​ຮວ່າ​ບິ່ງ ລົງ​ຢ້ຽມຢາມ ​ແລະ​ ​ເຮັດ​ວຽກຢູ່​ແຂວງ ຫວິ​ງລອງ

(VOVWORLD) -  ຕອນບ່າຍວັນທີ 15 ກຸມພາ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານຫວຽດນາມ ເຈືອງຮວ່າບິ່ງ ໄດ້ລົງເຮັດວຽກ ກັບແຂວງ ຫວິງລອງ.
ຮອງ​ນາຍົກລັດຖະມົນຕີຜູ້​ປະຈໍາ​ການ​ລັດຖະບານ ​ເຈືອງ​ຮວ່າ​ບິ່ງ ລົງ​ຢ້ຽມຢາມ ​ແລະ​ ​ເຮັດ​ວຽກຢູ່​ແຂວງ ຫວິ​ງລອງ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິ່ງ ກ່າວຄໍາເຫັນທີ່ການເຮັດວຽກ (ພາບ: TTXVN)

        ກ່າວຄໍາເຫັນທີ່ການເຮັດວຽກ ກັບການນໍາແຂວງ ຫວິງລອງ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິ່ງ ສະເໜີໃຫ້ທາງແຂວງ ຈົ່ງສືບຕໍ່ຍູ້ແຮງການປະຕິຮູບການບໍລິຫານ, ລະດົມບັນດາແຫຼ່ງກໍາລັງ, ສ້າງກໍາລັງໜູນໃໝ່ໃຫ້ແກ່ການພັດທະນາເສດຖະກິດ. ທ່ານເນັ້ນໜັກວ່າ:

        “ໃນປີ 2020, ທາງແຂວງຕ້ອງເປັນເຈົ້າການຕັ້ງໜ້າ ເພື່ອປະຕິບັດສໍາເລັດບັນດາຄາດໝາຍເສດຖະກິດສັງຄົມເວົ້າສະເພາະ ແລະ ທັງໄລຍະ 2016 2020 ເວົ້າລວມ. ພ້ອມກັນນັ້ນ, ທາງແຂວງກໍຕ້ອງກະກຽມບັນດາເງື່ອນໄຂເພື່ອກໍ່ສ້າງ ແລະ ຜັນຂະຫຍາຍແຜນການໄລຍະ 2021 2025”.

        ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 15 ກຸມພາ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິງ ໄດ້ໄປຢ້ຽມຢາມບາງຄອບຄົວເປົ້າໝາຍນະໂຍບາຍ, ເຂົ້າຮ່ວມພິທີມອບເຮືອນຢູ່່ 30 ຫຼັງ ໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍ ແລະ ສໍາຫຼວດສະພາບການນໍ້າທະເລຊຶມຢູ່ເມືອງຫວູງລຽມ.


ຕອບກັບ

ຂ່າວ/ບົດ​ອື່ນ