ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານເຈືອງຮ່ວາບິ່ງເຂົ້າຮ່ວມການພົບປະນັກຮົບປະຕິວັດຫວຽດນາມຖືກສັດຕູຈັບຂັງ

(VOVWORLD) -ວັນທີ 19 ກຸມພາ, ຢູ່ຫໍພິພິຕະພັນຮ່ອງຮອຍສົງຄາມ (ເມືອງ 3, ນະຄອນໂຮ່ຈິມິນ), ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ ໄດ້ເຂົ້າຮ່ວມການພົບປະບັນດານັກຮົບປະຕິວັດຫວຽດນາມ ຖືກສັດຕູຈັບຂັງ

ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານເຈືອງຮ່ວາບິ່ງເຂົ້າຮ່ວມການພົບປະນັກຮົບປະຕິວັດຫວຽດນາມຖືກສັດຕູຈັບຂັງ - ảnh 1 ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານເຈືອງຮ່ວາບິ່ງ

ເຂົ້າຮ່ວມການພົບປະນັກຮົບປະຕິວັດຫວຽດນາມຖືກສັດຕູຈັບຂັງ

(ພາບ: TTXVN)

ໂດຍຄະນະຕິດຕໍ່ພົວພັນທົ່ວປະເທດນັກຮົບປະຕິວັດຫວຽດນາມ ຖືກສັດຕູຈັບຂັງ ຈັດຕັ້ງຂຶ້ນ. ຢູ່ທີ່ນີ້, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຢືນຢັນວ່າ, ພັກ ແລະ ລັດ ຍາມໃດກໍ່ເອົາໃຈໃສ່ເຖິງວຽກງານຕອບບຸນແທນຄຸນ, ເບິ່ງແຍງດູແລຜູ້ມີຄຸນງາມຄວາມດີ. ໃນໄລຍະຈະມາເຖິງ, ລັດຖະບານຈະສຶບຕໍ່ແກ້ໄຂບັນດານະໂຍບາຍສຳລັບຜູ້ມີຄຸນງາມຄວາມດີໃຫ້ເປັນຢ່າງດີກວ່າອີກ, ໃນນັ້ນມີບັນດານັກຮົບປະຕິວັດຫວຽດນາມ ຖືກສັດຕູຈັບຂັງ. ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ ໄດ້ອວຍພອນໃຫ້ບັນດານັກຮົບປະຕິວັດຫວຽດນາມ ຖືກສັດຕູຈັບຂັງຈົ່ງມີຊີວິດຢ່າງເບີດບານມ່ວນຊື່ນ, ເຂັ້ມແຂງ, ຢ່າງມີຜົນປະໂຫຍດຕໍ່ສັງຄົມ, ຕໍ່ພະລັງແຮງໃຫ້ລຸ້ນໜຸ່ມຮ່ວມແຮງຮ່ວມໃຈສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ