ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຜູ້​ປະ​ຈຳ​ການ​ລັດ​ຖະ​ບານ​ເຈືອງ​ຮ່​ວາ​ບິ່ນ ເຮັດ​ວຽກ​ຢູ່​ແຂວງ​ຟູ​ອຽນ

(VOVWORLD) -ຕອນເຊົ້າວັນທີ 16 ພຶດສະພາ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານເຈືອງຮ່ວາບິ່ນ ເຮັດວຽກຢູ່ແຂວງຟູອຽນ ກ່ຽວກັບສະພາບເສດຖະກິດສັງຄົມຂອງທ້ອງຖິ່ນ.
ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຜູ້​ປະ​ຈຳ​ການ​ລັດ​ຖະ​ບານ​ເຈືອງ​ຮ່​ວາ​ບິ່ນ ເຮັດ​ວຽກ​ຢູ່​ແຂວງ​ຟູ​ອຽນ - ảnh 1 ສະພາບການເຮັດວຽກ

    ກ່າວຄຳເຫັນທີ່ການເຮັດວຽກ, ທ່ານເຈືອງຮ່ວາບິ່ນ ຖືວ່າ: ຟູອຽນ ແມ່ນແຂວງຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ແຕ່ໃນໄລຍະຜ່ານມາ, ກໍ່ມີຄວາມມານະພະຍາຍາມທີ່ໜ້າຮັບຮູ້. ໂຄງປະກອບເສດຖະກິດສືບຕໍ່ຫັນປ່ຽນຖືກທິດ, ບັນດາຂົງເຂດວັດທະນະທຳ, ສັງຄົມມີຄວາມກ້າວໜ້າຫຼາຍຢ່າງ, ພິເສດແມ່ນວຽກງານຫລຸດຜ່ອນຄວາມທຸກຍາກສຳລັບເຂດປະຊາຊົນຊົນເຜົ່າສ່ວນໜ້ອຍ. ທ່ານຮອງນາຍົກລັດຖະມົນຕີເຈືອງຮ່ວາບິ່ນ ສະເໜີໃຫ້ແຂວງຟູອຽນ ຈົ່ງປະຕິບັດເປົ້າໝາຍຕ້ານໂລກລະບາດ ແລະ ພັດທະນາເສດຖະກິດໃຫ້ເປັນຢ່າງດີ. ປະຕິບັດການໜູນຊ່ວຍວິສາຫະກິດ ແລະ ປະຊາຊົນເປັນຢ່າງດີເພື່ອໃຫ້ ຟູອຽນພັດທະນາໄວ ແລະ ຮອບດ້ານ. ກ່ອນອື່ນໝົດແມ່ນ ຖືເປັນສຳຄັນການພັດທະນາເສດຖະກິດທະເລ, ກະສິກຳເຕັກໂນໂລຊີສູງ, ປຸງແຕ່ງສິນທະເລ. ຍູ້ແຮງການລົງທຶນຢູ່ເຂດ ຟູອຽນໃຕ້.

ຕອບກັບ

ຂ່າວ/ບົດ​ອື່ນ