ຮອງນາຍົກລັດຖະມົນຕີຝ້າມບີງມິນພົບປະກັບກັບລັດຖະມົນຕີການຕ່າງປະເທດຂອງປະເທດຕ່າງໆ


ຮອງນາຍົກລັດຖະມົນຕີຝ້າມບີງມິນພົບປະກັບກັບລັດຖະມົນຕີການຕ່າງປະເທດຂອງປະເທດຕ່າງໆ - ảnh 1
ຫວຽດ​ນາມ ແລະ ບຸນ​ກາ​ຣີເຊັນ​ສັນ​ຍາ​ກ່ຽວ​ກັບ​ອະ​ສັງ​ຫາ​ລິ​ມະ​ຊັບຂອງ​ອົງ​ການ​ຕ່າງ​ໜ້າ​ການ​ທູດ​ຂອງ 2 ປະ​ເທດ.

(vovworld)- ເນື່ອ​ງໃນໂອ​ກາດ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ​່ ສ.ປ.ຊ ຊຸດ​ທີ 71 ຢູ່​ນິວຢອກ, ອາ​ເມ​ລິ​ກາ, ຕອນ​ເຊົ້າ​ວັນ​ທີ 23/9, ທ່ານ​ຮອ​ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມຝ້າມ​ບີງ​ມິນ ໄດ້​ມີ​ການ​ພົບ​ປະ​ 2 ຝ່າຍ​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດແບນ​ຊິກ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດບຸນ​ກາ​ຣີ ແລະ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ແລະ ເສດ​ຖະ​ກິດ​ຮຸງ​ກາ​ຣີ. ທີ່​​ການ​ພົບ​ປະກັບລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດແບນ​ຊິກ, ທ່ານ​ຮອ​ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມຝ້າມ​ບີງ​ມິນ ໄດ້​ຢືນ​ຢັນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຫວຽດ​ນາມ​ໃນ​ການ​ເພີີ່ມ​ທະ​ວີ​ການ​ພົວ​ພັນ​ກັບ​ຕ່າງ​ປະ​ເທດ, ໃນ​ນັ້ນ​ມີ​ແບນ​ຊິກ, 2 ຝ່າຍ​ເຫັນ​ດີ​ສືບ​ຕໍ່​ໃຫ້​ບຸ​ລິ​ມະ​ສິດ​ຂຸດ​ຄົ້ນ​ຄວາມສາ​ມາດ​ບົ່ມ​ຊ້ອນ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ. ສ່ວນ​​ໃນການ​ພົບ​ປະກັບລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດແບນ​ຊິກ, ທ່ານ​ຮອ​ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມຝ້າມ​ບີງ​ມິນ ໄດ້​ສະ​ເໜີ​ບຸນ​ກາ​ຣີ ຊຸກ​ຍູ້​ສະ​ຫະ​ພາບ​ເອີ​ລົບ ເຊັນ​ສັນ​ຍາ​ການ​ຄ້າ​ເສ​ລີ​ຫວຽດ​ນາມ-EU ໂດຍ​ໄວ ແລະ ຮັບ​ຮູ້​ພື້ນ​ຖານ​ເສດ​ຖະ​ກິດ​ຕະຫຼາດ​ຂອງ​ຫວຽດ​ນາມ​ໂດຍ​ໄວ, ພາຍຫຼັງ​ການ​ຕ້ອນ​ຮັບ, ທ່ານທັງ 2 ໄດ້​ເຊັນ​ສັນ​ຍາ​ກ່ຽວ​ກັບ​ອະ​ສັງ​ຫາ​ລິ​ມະ​ຊັບຂອງ​ອົງ​ການ​ຕ່າງ​ໜ້າ​ການ​ທູດ​ຂອງ 2 ປະ​ເທດ.
ຂ່າວ/ບົດ​ອື່ນ