ຮອງນາຍົກລັດຖະມົນຕີຝ້າມບີງມິນພົບປະກັບກັບລັດຖະມົນຕີການຕ່າງປະເທດຂອງປະເທດຕ່າງໆ


ຮອງນາຍົກລັດຖະມົນຕີຝ້າມບີງມິນພົບປະກັບກັບລັດຖະມົນຕີການຕ່າງປະເທດຂອງປະເທດຕ່າງໆ - ảnh 1
ທ່ານ​ຮອ​ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມຝ້າມ​ບີງ​ມິນໄດ້​ມີ​ການ​ພົບ​ປະ​ ກັບ​​ທ່າ​ນນາງລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດອັກ​ຊັງ​ຕິ​ນ ມານ​ໂກ​ລາ

(vovworld)- ເນື່ອ​ງໃນໂອ​ກາດ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ​່ ສ.ປ.ຊ ຊຸດ​ທີ 71 ຢູ່​ນິວຢອກ, ອາ​ເມ​ລິ​ກາ, ວັນ​ທີ 24/9, ທ່ານ​ຮອ​ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມຝ້າມ​ບີງ​ມິນໄດ້​ມີ​ການ​ພົບ​ປະ​ ກັບ​​ທ່າ​ນນາງລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດອັກ​ຊັງ​ຕິ​ນ ມານ​ໂກ​ລາ, ​ທ່ານປະ​ທານ​ກຳ​ມາ​ທິ​ການ​ການ​ຕ່າງ​ປະ​ເທດ​ສະ​ພາ​ສູງ​ອີ​ຕາ​ລີ ກາ​ຊີ​ນີ ແລະ ​ທ່ານປະ​ທານ​ກຳ​ມາ​ທິ​ການ​ການ​ຕ່າງ​ປະ​ເທດ​ສະ​ພາ​ຕ່ຳອີ​ຕາ​ລີ ຊີ​ຈີ​ໂຕ. ໃນ​ການ​ພົບ​ປະ​ກັບ ທ່າ​ນນາງລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດອັກ​ຊັງ​ຕິ​ນ ມານ​ໂກ​ລາ, ທ່ານ​ຮອ​ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມຝ້າມ​ບີງ​ມິນຢື​ນ​ຢັນ​ວ່າ ຫວຽດ​ນາມ​ຖື​ເປັນ​ສຳ​ຄັນ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນຮ່ວມ​ມື​ຮອບ​ດ້ານ​ກັບ​ອັກ​ຊ​ັງ​ຕິນຊຶ່ງ​ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ແຖວ​ໜ້າ​ຂອງ​ຫວຽດ​ນາມ​ຢູ່​ພາກ​ພື້ນ​ອາ​ເມ​ລິກາ​ລາ​ຕິນ . 2 ຝ່າຍ​ເຫັນ​ດີ​ວ່າ ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ,ຈະ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ຕ່າງໆ ແລ​ະ ວິ​ສາ​ຫະ​ກິດ​ຂອງ 2 ປະ​ເທດ.

     ​ໃນ​ການ​ຕ້ອນ​ຮັບ ທ່ານປະ​ທານ​ກຳ​ມາ​ທິ​ການ​ການ​ຕ່າງ​ປະ​ເທດ​ສະ​ພາ​ສູງ​ອີ​ຕາ​ລີ ກາ​ຊີ​ນີ ແລະ ​ທ່ານປະ​ທານ​ກຳ​ມາ​ທິ​ການ​ການ​ຕ່າງ​ປະ​ເທດ​ສະ​ພາ​ຕ່ຳອີ​ຕາ​ລີ ຊີ​ຈີ​ໂຕ, ທ່ານ​ຮອ​ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມຝ້າມ​ບີງ​ມິນ ກໍ​ໄດ້​ຊົມ​ເຊີຍ​ເລື່ອງ​ອີ​ຕາລີ​ກາຍ​ເປັນກຳ​ມະ​ການ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ.ປ.ຊ ອາ​ຍຸ​ການ 2017-2018. ສ່ວນ​ທ່ານປະ​ທານ​ກຳ​ມາ​ທິ​ການ​ການ​ຕ່າງ​ປະ​ເທດ​ສະ​ພາ​ສູງ​ອີ​ຕາ​ລີ ກາ​ຊີ​ນີ ແລະ ​ທ່ານປະ​ທານ​ກຳ​ມາ​ທິ​ການ​ການ​ຕ່າງ​ປະ​ເທດ​ສະ​ພາ​ຕ່ຳອີ​ຕາ​ລີ ຊີ​ຈີ​ໂຕ ໄດ້​ຕີ​ລາ​ຄາ​ສູງ​ການ​ພັດ​ທະ​ນາ​ທີ່​ຂະ​ຫຍັນ​ຂັນ​ເຄື່ອນ​ຂອງ​ຫວຽດ​ນາມ ແລະ ເຊື່ອ​ໝັ້ນ​ວ່າ ຫວຽດ​ນາມ​ຈະ​ສືບ​ຕໍ່​ແມ່ນ​ສະ​ຖານ​ທີ່​ດູດ​ດື່ມ​ເພື່ອ​ດຶງ​ດູດ​ນັກ​ລົງ​ທຶນ​ອີ​ຕາ​ລີ. ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານປະ​ທານ​ກຳ​ມາ​ທິ​ການ​ການ​ຕ່າງ​ປະ​ເທດ​ສະ​ພາ​ສູງ​ອີ​ຕາ​ລີ ແລະ ​ທ່ານປະ​ທານ​ກຳ​ມາ​ທິ​ການ​ການ​ຕ່າງ​ປະ​ເທດ​ສະ​ພາ​ຕ່ຳອີ​ຕາ​ລີ ໄດ້​ສະ​ໜັບ​ສະ​ຫນູນການ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ຄວາມ​ໝັ້ນ​ຄົງ, ປອດ​ໄພ ແລະ ເສ​ລີ​ພາບ​ໃນ​ການ​ເດີນ​ທະ​ເລ, ການ​ບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ຕ້ອງແກ້​ໄຂ​ການ​ຂັດ​ແຍ້ງ​ດ້ວຍ​ມາດ​ຕະ​ການ​ໂດຍ​ສັນ​ຕິ​ວິ​ທີ, ສອດ​ຄ່ອງ​ກັບ​ກົດ​ໝາຍ​ສາ​ກົນ, ໃນ​ນັ້ນ​ມີ​ສົນ​ທິ​ສັນ​ຍາ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982.

ຂ່າວ/ບົດ​ອື່ນ