ຮອງນາຍົກລັດຖະມົນຕີຟ້າມບີງມິງຕ້ອນຮັບລັດຖະມົນຕີການຕ່າງປະເທດຣູມານີ

ຮອງນາຍົກລັດຖະມົນຕີຟ້າມບີງມິງຕ້ອນຮັບລັດຖະມົນຕີການຕ່າງປະເທດຣູມານີ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ  ຟ້າ​ມບີ​ງມິ​ງ ​
​ຕ້ອນຮັບ​ທ່ານ Lazar Comanescu
(ພາບ: ຟ້າມກຽນ)

(vovworld) –​​ ວັນ​ທີ 12/07 ທ່ານ​ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບີ​ງມິ​ງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Lazar Comanescu ລັດ​ຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ ຣູມາ​ນີ ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ຫວຽດນາມ ຂອງ​ທ່ານ​ນາຍົກລັດຖະມົນຕີ ຣູມາ​ນີ ຢ່າ​ງ​ເປັນ​ທາງ​ການ. ທີ່​ການ​ຕ້ອນຮັບ, ລັດຖະມົນຕີ 2 ທ່ານ​ຢືນຢັນ​ວ່າ: ຈະ​ຊີ້ນຳ​ກະຊວງ​ການ​ຕ່າງປະ​ເທດ 2 ປະ​ເທດ​ສົມທົບ​ກັນ​ຢ່າງ​ແໜ້ນ​​ແຟ້ນພ້ອມ​ກັບ​ບັນ​ດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຂອງ 2 ປະ​ເທດ ຜັນ​ຂະ​ຫຍາ​ຍບັນດາ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ຢ່າງ​ມີ​ປະສິດທິ​ຜົນ ພິ​ເສດ​ແມ່ນ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​​ເສດຖະກິດ, ການ​ຄ້າ, ການ​ລົງ​ທຶນ, ການ​ສຶກສາ - ການ​ກໍ່ສ້າງ, ວັດທະນະທຳ ​ແລະ ບັນດາ​ຂົງ​ເຂດ​ອື່ນໆຢ່າ​ງ​ແທດຈິງ ​ແລະ ມີ​ປະສິດທິ​ຜົນ. ລັດຖະມົນຕີ​ທັງ 2 ທ່ານ​ເຫັນ​ດີ​ເປັນ​ເອກະ​ພາບ​ຈະ​ຊຸກຍູ້​ການ​ສົມທົບ ​ແລະ ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນລະຫວ່າງ ຫວຽດນາມ - ຣຸມາ​ນີ ​ໃນ​ເວທີ​ສາກົນ, ​ໃນ​ຂອບ​ເຂດ​ບັນດາ​ເວທີ​ປາ​ໄສ​ຫລາຍ​ຝ່າຍ​ຄື: ສະຫະ​ປະຊາ​ຊາດ, ​ເວ​ທີ​ປາ​ໄສຮ່ວມ​ມື ອາຊີ - ​ເອີ​ລົບ (ASEM), ການ​ຮ່ວມ​ມື​ລະ​ຫວ່າງ ​ອີ​ຢູ ​ແລະ ອາ​ຊຽນ ​ເຊິ່ງ ຣຸມາ​ນີ ​ແລະ ຫວຽດນາມ ​ແມ່ນ​ບັນດາ​ສະ​ມາ​ຊິກ​ຕັ້ງ​ໜ້າ, ສະ​​ແດງ​ຄວາມ​ສະໜັບສະໜູນ​ເລື່ອງ​ຮັກສາ​ການ​ພົບ​ປະ​ເຈລະຈາ​ໃນ​ບັນດາ​ອົງການ​ຫລາຍ​ຝ່າຍ, ປະກອບ​ສວ່ນປັບ​ປຸງ​ສັນ​ຕິ​ພາບ, ສະຖຽນ​ລະ​ພາບ, ຄວາມ​ໝັ້ນຄົງ ​ແລະ ການ​ເຕີບ​ໂຕ​ດ້ານ​ເສດຖະກິດ.

        ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ ທ່ານ Lazar Comanescu ຢືນຢັນ​ວ່າ: ຣຸມາ​ນີ ສະໜັບສະໜູນ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ, ການບິນບົນ​ທະ​ເລ​ຕາ​ເວັນ​ອອກ, ການ​ຂັດ​​ແຍ້​ງທັງ​ໝົດ​ໃນ​ທະ​ເລຕ້ອງ​ໄດ້ຮັບ​ການ​​ແກ້​ໄຂ​ດ້ວຍ​ສັນຕິ​ວິິທີ ບົນ​ພື້ນຖານ​ເຄົາ​ລົບ​ກົດໝາຍ​ສາກົນ ​ແລະ ສົນທິສັນຍາ​ຂອງສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ (UNCLOS) xu 1982.

 

ຂ່າວ/ບົດ​ອື່ນ