ຮອງນາຍົກລັດຖະມົນຕີຟ້າມບິ່ງມິງພົບປະ2ຝ່າຍຢູ່ນອກກອງປະຊຸມຂັ້ນສູງASEM10

ຮອງນາຍົກລັດຖະມົນຕີຟ້າມບິ່ງມິງພົບປະ2ຝ່າຍຢູ່ນອກກອງປະຊຸມຂັ້ນສູງASEM10 - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຟ້າມ​ບິ່ງ​ມິງ
(ພາບ: ອີນ​ເຕີ​ເນັດ)

(vovworld) – ໃນ​ຂອບ​ເຂດ​ການ​ເຄື່ອນ​ໄຫວ​ຂອງກອງ​ປະ​ຊຸມ​ຂັ້ນ​ສູງ ASEM 10 ຢູ່ ມີ​ລານ (ອີ​ຕາ​ລີ), ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຟ້າມ​ບິ່ງ​ມິງ ມີ​ການ​ພົບ​ປະ​ 2 ຝ່າຍ​ກັບ​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຟິ​ລິບ​ປິນ Albert F. Del Rosario ແລະ ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ນອ​ກ​ແວ Borge Brende.

        ທີ່​ການ​ພົບ​ປະ​ກັບ​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຟິ​ລິບ​ປິນ, 2 ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ສັນ​​ຄວນ​ມາ​ນະ​ພະ​ຍາ​ຍາມ​ຮ່ວມ​ມື​ນຳ​ການ​ພົວ​ພັນ 2 ປະ​ເທດ​ໃຫ້ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່, ມ​ຸ່ງ​ໄປ​ສູ່​ການ​ຮ່ວມ​ມື​ຍຸ​ດ​ທະ​ສາດ. 2 ຝ່າຍຢັ້ງ​ຢືນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ເພື່ອ​ແນ​ໃສ່​ສ້າງ​ປະ​ຊາ​ຄົ​ມ ອ​າ​ຊຽນ ໃນ​ປີ 2015 ​ໃຫ້​ສຳ​ເລັດຜົນ.

        ທີ່​ການ​ພົບ​ປະ​ກັບ​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ນອກ​ແວ, 2 ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ, ສົ່ງ​ເສີມ ແລະ ສ້າງ​ເງື່ອນ​ໄຂ​ອຳ​ນວຍ​ຄວາມ​ສະ​ດ​ວກ​ໃຫ​້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ ນອກ​ແວ ເຂົ້າ​ມາ ດຳ​ເນີນ​ທຸ​ລະ​ກິດ, ​ລົງ​ທຶນຢູ່ ຫວຽດ​ນາມ, ພິ​ເສດ​ໃນ​ຂົງ​ເຂດ​ຕໍ່​ກຳ​ປັ່ນ, ເດີນ​ທະ​ເລ… ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ນອກ​ແວ ຕີ​ລາ​ຄາ​ສູງ​ເລື່ອງ ຫວຽດ​ນາມ ຕັ້ງ​ໜ້າ​ເຂົ້າ​ຮ່ວມ ແລະ ຮັບ​ຫຼາຍ​ຕຳ​ແໜ່ງ​ສຳ​ຄັນ​ໃນ​ບັນ​ດາ​ອົງ​ການ​ສາ​ກົນ ແລະ ຢັ້ງ​ຢືນ​ວ່າ: ນອກ​ແວ ຖື​ເປັນ​ສຳ​ຄັນ​ການເພີ່ມ​ທະ​ວີການ​ຮ່ວມ​ມື​ກັບ ຫວຽດ​ນາມ ຢູ່ ສ​ປ​ຊ, ASEAN ແລະ ASEM.


ຂ່າວ/ບົດ​ອື່ນ