ຮອງນາຍົກລັດຖະມົນຕີຟ້າມບິ່ງມິງພົບປະກັບຜູ້ມີສິດເລືອກຕັ້ງແຂວງກວາງນິງ

ຮອງນາຍົກລັດຖະມົນຕີຟ້າມບິ່ງມິງພົບປະກັບຜູ້ມີສິດເລືອກຕັ້ງແຂວງກວາງນິງ - ảnh 1
ທ່ານຮອງນາຍົກລັດຖະມົນຕີຟ້າມບິ່ງມິງ
ພົບປະກັບຜູ້ມີສິດເລືອກຕັ້ງແຂວງກວາງນິງ
(ພາບ: VGP)

(vovworld) - ​​​​ທີ່​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ ເດີ່ມ​ຮ່າ, ແຂ​ວງກວາງ​ນິງ ໃນ​ຕອນ​ເຊົ້າ​ວັນ​ທີ 04/12, ທ່ານ​ຮອງ​ນາ​ຍົກ​ລ​ັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ໄດ້​ແຈ້ງ​ໃຫ້​ຊາບ​ບັນ​ດາ​ໝາກ​ຜົນ​ພົ້ນ​ເດັ່ນ​ຂອງກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸ​ດ​ທີ 13, ເຊິ່ງ​ດຳ​ເນີນ​ແຕ່ວັນ​ທີ 20/10 – 27/11. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິງ​ມິງ ຢືນ​ຢັນ​ວ່າ, ໃນ​ປີ 2015 ເສດ​ຖະ​ກິ​ດ​ພາຍ​ໃນ​ປະ​ເທດ​ມີ​ການ​ຫັນ​ປ່ຽນ​ຢ່າງ​ຕັ້ງ​ໜ້າ, ແຕ່​ໜີ້​ສາ​ທາ​ລະ​ນະ​ຍັງ​ສູງ​ຢູ່. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ໄດ້ເນັ້ນ​ໜັກ​​ເຖິງ​ບັນ​ດາ​ການ​ປ່ຽນ​ແ​ປງ​ເມື່ອ​ປະ​ຊາ​ຄົ​ມ​ອາ​ຊຽນ ໄດ້​ຮັບ​ການ​ສ້າງ​ຕັ້ງຢ່າງ​ເປັນ​ທາງ​ການ ​ພ້ອມ​ກັບວຽກ​ງານ​ປົກ​ປ້ອງ​ຊາວ​ປະ​ມົງ, ວຽກ​ງານ​ປົກ​ປັກ​ຮັກ​ສາ​ນ້ຳ​ແດນ​ດິນ, ພິ​ເສດແມ່ນ​ເຂດ​ນຳ​້​ແດນ​ດິນຢູ່​ທະ​ເລ​ຕາ​ເວັນ​ອອກ​… ສ່ວນ​ຜູ້​ມີ​ສິ​ດ​ເລືອກ​ຕັ້ງ, ສະ​ແດງ​ຄວາມ​​ສົນໃຈເຖິງ​ບັນ​ດາ​ບັນ​ຫາ​ກ່ຽວ​ຂ້ອ​ງ​ເຖິງ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ທ້ອງ​ຖິ່ນ​ຕ່າງໆ​ຢູ່​ເຂດ​ຫ່າງ​ໄກ​​ສອກ​ຫຼີກ, ມີ​ຄຳສະ​ເໜີ​ແນະ​​ກ່ຽວ​ກັບບັນ​ຫາ​​ດ້ານ​ສາ​ທາ​ລະ​ນະ​ສຸກ, ການ​ສຶກ​ສາ, ນະ​ໂຍ​ບາຍ​​ລົບ​ລ້າງ​ຄວາມ​ອຶດ​ຫິວ, ຫຼຸດ​ຜ່ອນ​ຄວາມທຸກ​ຍາກ… ໂດຍ​ຕາງ​ໜ້າ​ໃຫ້​ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ແຂວງກວາງ​ນິງ, ທ່ານ​ຮອ​ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ໄດ້​ຮັບ​ຮູ້​ຄຳ​ເຫັນ​ປະ​ກອບ, ​ຂໍ້ສະ​ເໜີ​ແນະ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເພື່ອ​ຈະ​ລາຍ​ງານ​ຕໍ່​ສະ​ພາ​ແຫ່ງ​ຊາດ.

“ໃນ​ໄລ​ຍະ 5 ປີ​ຜ່ານ​ມາ ແລະ ພິ​ເສດ​ແມ່ນ​ໃນ​ປີ 2015, ບັນ​​ຫາ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ເຂດ​ຊາຍ​ແດນ​ຂອງ​ພວກ​ເຮົາ​ຍັງ​ໄດ້​ຮັບ​ການຮັບ​ປະ​ກັນ, ໂດຍ​ສະ​ເພາະ​ແມ່ນ​ເຂດ​ຊາຍ​ແດນ​ທາງ​ທິດ​ເໜືອ ​ໄດ້ຮັບ​ປະ​ກັນ​ສັນ​ຕິ​ພາບ ​ສະ​ຖຽນ​ລະ​ພາບ. ສຳ​ລັບ​ແຂວງກວາງ​ນິງ, ພວກ​ເຮົາ ແລະ ຈີນ ​ກໍ່​ໄດ້​ເຊັນ​ສັນ​ຍາ​ການ​ໄປ​ມາ​ຢ່າງ​ເສ​ລີ​ຢູ່​ປາກ​ແມ່ນ​້ຳ ໄ​ຝ​ຫຼ້ວນ. ນີ້​ແມ່ນໜຶ່ງ​ໃນ​ຈຳ​ນວນສັນ​ຍາ 2 ສະ​ບັບ ເຊິ່ງ​ໃນ​ໄລ​ຍະ​ຜ່ານ​ມາ​ພວກ​ເຮົາ​ໄດ້​ປະ​ຕິ​ບັດ​ສຳ​ເລັດ ເພື່ອ​ຮັບ​ປະ​ກັນ​ການ​ຄຸ້ມ​ຄອງ​ເສັ້ນ​ຊາຍ​ແດນ”.

      ແລະ​ກໍ​ໃນ​ວັນ​ດຽວ​ກັນ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່​ງ​ມິງ ໄດ້​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ ບິ່ງ​ລຽວ, ແຂວງກວາງ​ນິງ.

ຂ່າວ/ບົດ​ອື່ນ