ຮອງນາຍົກລັດຖະມົນຕີຟ້າມບິ່ງມິງຢ້ຽມຢາມລາວຢ່າງເປັນທາງການ

ຮອງນາຍົກລັດຖະມົນຕີຟ້າມບິ່ງມິງຢ້ຽມຢາມລາວຢ່າງເປັນທາງການ - ảnh 1
ການ​ເຈ​ລະ​ຈາ​ຂັ້ນ​ສູງ​ລະ​ຫວ່າງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ - ລາວ

(vovworld) – ​​​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ລາວ ທອງ​ລຸນ ສີ​ສຸ​ລິດ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຟ້າມ​ບ​ິ່ງ​ມິງ ​ໄດ້​ທຳ​ການຢ້ຽມ​ຢາມ ລາວ ຢ່າງ​ເປັນ​ທາງ​ການ​ໃນ​ລ​ະ​ຫວ່າງວັນ​ທ​ີ 4 – 5/12/2014. ວັນ​ທີ 4/12, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຟ້າມ​ບິ່ງ​ມິງ ເຈ​ລະ​ຈາ​ກັບ​ຄູ່​ຕຳ​ແໜ່ງ ​ທ່ານ ທອງ​ລຸນ ສີ​ສຸ​ລິດ. ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຢືນ​ຢັນ​ວ່າ: 2 ປະ​ເທດ​ຈະ​ສົມ​ທົບ​ກັບ​ຢ່າງ​ແໜ້ນ​ແຟ້ນ​ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ອື່ນ​ເພື່ອ​ສ້າງ​ປະ​ຊາ​ຄົມ ອາ​ຊຽນ ໃນ​ປີ 2015 ສຳ​ເລັດ​ຜົນ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ໃນ​ພາກ​ພື້ນ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ຢຶນ​ຢັນ​ວ່າ: ຫວຽດ​ນາມ ຈະ​ສະ​ໜັບ​ສະ​ໜູນ ແລະ ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​​ເພື່ອ​ໃຫ້ ລາວ ປະ​ຕິ​ບັດ​ໜ້າ​ທີ່​ເປັນ​ປະ​ທານ ອາ​ຊຽນ ໃນ​ປີ 2016 ສຳ​ເລັດ​ຜົນ.ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ 2 ທ່ານກໍ່​ຢືນ​ຢັນ​ກະ​ຊວງ​ການ​ຕ່າງ​ປະ​ເທດ 2 ປະ​ເທດ​ຈ​ະ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ໃນ​ບັນ​ດາ​ເວ​ທີ​ປາ​ໄສ​ພາກ​ພື້ນ ແລະ ສາ​ກົນ.

        ພາຍຫຼັງ​ການ​ເຈ​ລ​ະ​ຈາ, 2 ຝ່າຍ​ໄດ້​ເຊັນສັນ​ຍາຮ່ວມ​ມື​ລະ​ຫວ່າງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ແລະ ລາວ ໄລ​ຍະ 2014 – 2020 ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ 2 ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ໃນ​ນັ້ນ​ມີ​ການ​ເພີ່ມ​ທະ​ວີ​ຄະ​ນະ​ຜູ້​ແທນ ແລະ ຮ່ວມ​ມື​ລະ​ຫວ່າງ​ການ​ນຳ ແລະ ບັນ​ດາ​ຫົວ​ໜ່ວຍ​ກ່ຽວ​ຂ້ອງ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ.

        ກໍ່​ໃນ​ວັນ​ດຽວ​ກັນ, ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ, ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຟ້າມ​ບິ່ງ​ມິງ ໄດ້​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ຈຸມ​ມະ​ລີ ໄຊ​ຍະ​ສອນ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ທອງ​ສິງ ທຳ​ມະ​ວົງ. ການ​ນຳ​ຂັ້ນ​ສູງ ລາວ ຢືນຢັນ​ວ່າ: ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄ​ັນ, ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມ​ູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ 2 ປະ​ເທດ. ແລະ​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ທີ່​ສ​ຳ​ນັກ​ງານ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ລາວ, ທ່ານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຟ້າມ​ບິ່ງ​ມິງ ໄດ້​ມອບຫຼຽນ​ໄຊ​ເອ​ກະ​ລາດ​ຊັ້ນ 2 ໃຫ້​ແກ່​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ບຸນ​ເກີດ ສັງ​ສົມ​ສັກ (​ເຊິ່ງ​ໃນ​ອະ​ດີດ​​ເປັນລັດ​ຖະ​ມົນ​ຕີ​​ຊ່ວຍວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ລາວ), ຫຼຽນ​ໄຊ​ແຮງ​ງານ​ຊັ້ນ 3 ແລະ ຫຼຽນ​ໄຊ​ມິດ​ຕະ​ພາບ​ໃຫ້​ໝູ່​ຄະ​ນະ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ລາວ ເພື່ອມີ​ຜົນ​ງານ​ດີ​ເດັ່ນ​ໃນ​ການ​ເພີ່ມ​ທະ​ວີ​ການ​ພົ​ວ​ພັນ​ສາ​ມັກ​ຄີ​ແບບ​ພິ​ເສດ ຫວຽດ​ນາມ - ລາວ.


ຂ່າວ/ບົດ​ອື່ນ