ຮອງນາຍົກລັດຖະມົນຕີຟ້າມບິ່ງມິງໂອ້ລົມທາງໂທລະສັບອວຍພອນປີໃໝ່ກຳມະການໃນຄະນະລັດຖະບານຈີນຢ໋າງເຈຍຊື້

ຮອງນາຍົກລັດຖະມົນຕີຟ້າມບິ່ງມິງໂອ້ລົມທາງໂທລະສັບອວຍພອນປີໃໝ່ກຳມະການໃນຄະນະລັດຖະບານຈີນຢ໋າງເຈຍຊື້ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບີ່​ງມິ​ງ
(ພາບປະກອບ)

(vovworld) – ​ໃນ​ການ​ໂອ້​ລົມ​ທາງ​ໂທລະສັບລະຫວ່າງ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບີ່​ງມິ​ງ ​ແລະ ທ່ານ​ກຳມະການ​​ໃນ​ຄະນະລັດຖະບານ ຈີນ ຢ໋າງ​ເຈ​ຍຊື້ ​ເມື່ອ​ວັນ​ທີ 30/1/2014, 2 ຝ່າຍ​ໄດ້​ແລກປ່ຽນ​ກ່ຽວກັບ​ສະພາບ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ, ​ເຫັນ​ດີ​ເປັນ​ເອກະສັນ​ເພີ່ມ​ທະວີ​ບົດບາດ​ປະສານ​ງານ, ຊຸກຍູ້​ກາ​ນພົວພັນລະຫວ່າງ 2 ປະ​ເທດຂອງ​ກົນ​ໄກຄະນະ​ກຳມະການ​ຊີ້​ນຳ​ການ​ຮ່ວມ​ມື 2 ຝ່າຍ ຫວຽດນາມ - ຈີນ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຈັດ​ຕັ້ງ​ກອງປະຊຸມ​ຄັ້ງ​ທີ 7 ຂອງ ຄະນະ​ກຳມະການ​ຢູ່ ຮ່າ​ໂນ້ຍ ​ໃນ​ກາງ​ປີ 2014, ​ເຫັນ​ດີ​ເປັນ​ເອກະສັນ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ປະຕິບັດ​ບັນ​ດາ​ຄວາມ​ຮັບ​ຮູ້​ລວມຂອງ​ການ​ນຳ​ຂັ້ນ​ສູງ 2 ພັກ, 2 ປະ​ເທ​ດ​ໃນ​ໄລຍະ​ຜ່ານ​ມາ.

 


ຂ່າວ/ບົດ​ອື່ນ