ຮອງນາຍົກລັດຖະມົນຕີ,ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ພົບປະກັບທ່ານລັດຖະມົນຕີອິນເດຍ Vijay Kumah Singh

(VOVWORLD) - ທ່ານລັດຖະມົນຕີ Kumad Singh ຂໍຂອບອົກຂອບໃຈ ຫວຽດນາມ, ໃນຖານະເປັນປະເທດປະສານງານໃນການພົວພັນ ອາຊຽນ - ອິນເດຍ ໄລຍະ 2015 – 2018
ຮອງນາຍົກລັດຖະມົນຕີ,ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ພົບປະກັບທ່ານລັດຖະມົນຕີອິນເດຍ Vijay Kumah Singh - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ແລະ ທ່ານລັດຖະມົນຕີ ອິນເດຍ Vijay Kumah Singh

ຕອນບ່າຍວັນທີ 4 ສິງຫາ, ຢູ່ນອກກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 51 (AMM 51) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຢູ່ສິງກະໂປ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ມີການພົບປະ ສອງຝ່າຍກັບທ່ານລັດຖະມົນຕີ ອິນເດຍ Vijay Kumah Singh ເພື່ອແນໃສ່ແລກປ່ຽນບັນດາທັດສະນະຂອງສອງຝ່າຍໃນການຮ່ວມມືກັບ ອາຊຽນ ແລະ ຊຸກຍູ້ການຮ່ວມມືໃນການພົວພັນລະຫວ່າງ 2 ຝ່າຍ.    ທີ່ການຕ້ອນຮັບ, ສອງຝ່າຍໄດ້ຕີລາຄາສູງການພົວພັນມິດຕະພາບທີ່ເປັນມູນເຊືຶ້ອສະໜິດແໜ້ນ, ກໍ່ຄືບັນດາບາດກ້າວພັດທະນາໃໝ່ໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ ຫວ່າງມໍ່ໆນີ້, ພິເສດແມ່ນການແລກປ່ຽນບັນດາການຢ້ຽມຢາມຂັ້ນສູງເປັນປະຈຳ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ຊົມເຊີຍ ລັດຖະມົນຕີການຕ່າງປະເທດ ອິນເດຍ Sushma Swaraj ມາ ຫວຽດນາມ ເປັນປະທານຮ່ວມກອງປະຊຸມຄັ້ງທີ 16 ຄະນະກຳມະການປະສົມ ຫວຽດນາມ - ອິນເດຍ ແລະ ເຂົ້າຮ່ວມພິທີໄຂກອງປະຊຸມສາກົນ ກ່ຽວກັບ ມະຫາສະໝຸດ ອິນເດຍ ຄັ້ງທີ 3 ໃນ 2 ວັນຄືວັນທີ 27 – 28 ສິງຫາຈະມາເຖິງ.

        ທ່ານລັດຖະມົນຕີ Kumad Singh ຂໍຂອບອົກຂອບໃຈ ຫວຽດນາມ, ໃນຖານະເປັນປະເທດປະສານງານໃນການພົວພັນ ອາຊຽນ - ອິນເດຍ ໄລຍະ 2015 – 2018, ໄດ້ຊຸກຍູ້ການຜັນຂະຫຍາຍການຮ່ວມມືມີປະສິດທິຜົນ, ແທດຈິງລະຫວ່າງ 2 ຝ່າຍ, ນຳການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ອິນເດຍ ນັບມື້ນັບກ້າວເຂົ້າສູ່ລວງເລິກ. ທ່ານລັດຖະມົນຕີ Kumad Singh ຢັ້ງຢືນວ່າ: ອິນເດຍ ສະໜັບສະໜູນເລື່ອງຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີໃນການເດີນເຮືອ ແລະ ການບິນ ຢູ່ທະເລຕາເວັນອອກ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ