ຮອງນາຍົກລັດຖະມົນຕີ,ລັດຖະມົນຕີການຕ່າງປະເທດຟ້າມບິ່ງມິງຕ້ອນຮັບເອກອັກຄະລັດຖະທູດຈີນປະຈຳຫວຽດນາມ

(VOVWORLD) -ຕອນບ່າຍວັນທີ 27 ທັນວາ, ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ໃຫ້ການຕ້ອນຮັບທ່ານ ຊຸມປົວ, ເອກອັກຄະລັດຖະທູດຈີນ ປະຈຳຫວຽດນາມ.

ຮອງນາຍົກລັດຖະມົນຕີ,ລັດຖະມົນຕີການຕ່າງປະເທດຟ້າມບິ່ງມິງຕ້ອນຮັບເອກອັກຄະລັດຖະທູດຈີນປະຈຳຫວຽດນາມ - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ

ຕ້ອນຮັບທ່ານ ຊຸມປົວ, ເອກອັກຄະລັດຖະທູດຈີນ ປະຈຳຫວຽດນາມ 

(ພາບ: VGP)

ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ສະເໜີໃຫ້ທ່ານເອກອັກຄະລັດຖະທູດຈີນ ຊຸມປົວ ສົມທົບກັນຢ່າງແໜ້ນແຟ້ນກັບບັນດາອົງການຂອງຫວຽດນາມ ເພື່ອແນໃສ່ຮັກສາບັນດາການຢ້ຽມຢາມ ແລະ ພົບປະຂັ້ນສູງ; ຊຸກຍູ້ບັນດາຂົງເຂດຮ່ວມມືຢ່າງແທດຈິງລະຫວ່າງ 2 ຝ່າຍ; ເພີ່ມທະວີນ້ຳໃຈມິດຕະພາບລະຫວ່າງປະຊາຊົນ 2 ປະເທດ; ຄວບຄຸມຄວາມບໍ່ລົງລອຍກັນ, ຊຸກຍູ້ການແກ້ໄຂບັນດາບັນຫາຢູ່ທະເລໃຫ້ເປັນຢ່າງດີ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ສະແດງຄວາມເຊື່ອໝັ້ນວ່າ, ທ່ານເອກອັັກຄະລັດຖະທູດ ຈະເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ສຳຄັນ, ປະກອບສ່ວນຢ່າງແທດຈິງໃຫ້ແກ່ການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດໃນໄລຍະຈະມາເຖິງ.

        ສ່ວນທ່ານເອກອັກຄະລັດຖະທູດຈີນ ຊຸມປົວ ຢືນຢັນວ່າ, ໃນຖານະເປັນເອກອັກຄະລັດຖະທູດ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອຊຸກຍູ້ການພົວພັນຄູ່ຮ່ວມມື ການຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ - ຈີນ ສືບຕໍ່ພັດທະນາໃຫ້ເໝາະສົມກັບຜົນປະໂຫຍດ ກໍຄືການພັດທະນາຂອງແຕ່ລະປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ