ຮອງນາຍົກລັດຖະມົນຕີລາວຕີລາຄາສູງການປະກອບສ່ວນຂອງບັນດາວິສາຫະກິດຫວຽດນາມສະຫງວນໃຫ້ເສດຖະກິດລາວ

ຮອງນາຍົກລັດຖະມົນຕີລາວຕີລາຄາສູງການປະກອບສ່ວນຂອງບັນດາວິສາຫະກິດຫວຽດນາມສະຫງວນໃຫ້ເສດຖະກິດລາວ - ảnh 1
ຮອງນາຍົກລັດຖະມົນຕີ ລາວ ສົມສະຫວາດ ເລັ່ງສະຫວັດ
ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: My Binh)

(vovworld) - ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 2 ອາຍຸ​ການ 2016 – 2020 ຂອງ ສະມາຄົມ​ວິ​ສາ​ຫະກິດ ຫວຽດນາມ ຮ່ວມ​ມື ​ແລະ ລົງທຶນ​ຢູ່ລາວ, ດຳ​ເນີນ​ໃນຕອນ​ບ່າຍ​ວັນ​ທີ 8/1, ທ່ານ​ຮອງ​ນາຍົກລັດຖະມົນ​ຕີ ລາວ ສົມ​ສະ​ຫວາດ ​ເລັ່ງສະຫວັດ ​ເນັ້ນ​ໜັກ​ວ່າ: ຊຸມ​ປີຜ່ານມາ, ລະດັບ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດບັນລຸ​ກ່ວາ 7% ຂອງ​ລາວ ​ແມ່ນມີ​ການ​ປະກອບສ່ວນ​ບໍ່​ໜ້ອຍ​ຂອງ​ບັນດາ​ວິ​ສາ​ຫະກິດ​ຂອງ​ຊາວ ຫວຽດນາມ​ ອາ​ໄສ​ຢູ່​ລາວ ​ແລະ ບັນດາ​ວິ​ສາ​ຫະກິດ ຫວຽດນາມ ພວມ​ລົງທຶນ, ດຳ​ເນີນ​ທຸລະ​ກິດ ຢູ່ ລາວ. ທ່ານ​ຮອງ​ນາຍົກລັດຖະມົນຕີ ສົມ​ສະຫວາດ ​ເລັ່ງສະຫວັດ ຢັ້ງຢືນ​ວ່າ: ບໍ່​ພຽງ​ແຕ່​ປະກອບສ່ວນ​ໃນ​ຂົງ​ເຂດ​ເສດຖະກິດ​​ເທົ່າ​ນັ້ນ, ຫາກ​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ຢູ່ ລາວ ຍັງ​ປະກອບສ່ວນ​ຮັດ​ແໜ້ນ​ການ​ພົວພັນ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ 2 ຊາດ, ປະຊາຊົນ 2 ປະ​ເທດ​ອີກ​ດ້ວຍ. ຕາມ​ທ່ານ​ຮອງ​ນາຍົກລັດຖະມົນຕີລາວ​ແລ​້ວ, ​ໃນ​ໄລຍະ​ເຊື່ອມ​ໂຍງ, ພິ​ເສດ​ແມ່ນ​ເມື່ອ ຫວຽດນາມ ​ແລະ ລາວ ​ເຂົ້າ​ຮ່ວມ​ປະຊາ​ຄົມ​ເສດຖະກິດ ອາ​ຊຽນ (AEC), ວິ​ສາ​ຫະກິດ 2 ປະ​ເທດ​ຕ້ອງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ເພື່ອ​ພ້ອມ​ກັນ​ເສີມ​ຂະຫຍາຍ​ທ່າ​ແຮງ, ຊ່ວຍ​ເສດຖະກິດ 2 ປະ​ເທດ​ພ້ອມ​ກັນ​ພັດທະນາ. ​ເພື່ອ​ປະຕິບັດ​​ສິ່ງ​ດັ່ງກ່າວ​ໃຫ້​ໄດ້, ທ່າ​ນຮ​ອງນາຍົກລັດຖະມົນຕີ ລາວ ຫວັງ​ວ່າ: ຄະນະ​ບໍລິຫານ​ງານ​ສະມາຄົມ​ວິ​ສາ​ຫະກິດ ຫວຽດນາມ ຮ່ວມ​ມື ​ແລະ ລົງ​ທຶນ​ຢູ່​ລາວ ​ອາ​ຍຸ​ການ​ທີ 2 ຈະ​ສືບ​ຕໍ່​ແມ່ນ​ຂົວ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ວິ​ສາ​ຫະກິດ 2 ປະ​ເທດ.


ຂ່າວ/ບົດ​ອື່ນ