ຮອງນາຍົກລັດຖະມົນຕີວູດຶກດາມເຮັດວຽກກັບບາງຫົວໜ່ວຍ

(VOVWORLD) -ວັນທີ 23 ກຸມພາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ວູດຶກດາມ ໄດ້ເຮັດວຽກກັບສະມາຄົມໃຫຍ່ແພດສາດຫວຽດນາມ ແລະ ສູນກາງສະພາກາແດງຫວຽດນາມ.

ຮອງນາຍົກລັດຖະມົນຕີວູດຶກດາມເຮັດວຽກກັບບາງຫົວໜ່ວຍ - ảnh 1ທ່ານຮອງນາຍົກລັດຖະມົນຕີ ວູດຶກດາມ ເຮັດວຽກກັບສະມາຄົມໃຫຍ່ແພດສາດຫວຽດນາມ

(ພາບ: TTXVN)

ທີ່ການເຮັດວຽກກັບສະມາຄົມໃຫຍ່ແພດສາດຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ວູດຶກດາມ ໄດ້ສົ່ງຄຳອວຍພອນເຖິງພະນັກງານ, ລັດຖະກອນ, ພາລະກອນ, ສະມາຊິກ ແລະ ແພດໝໍທຸກໆຄົນ ເນື່ອງໃນໂອກາດວັນແພດໝໍຫວຽດນາມ (27 ກຸມພາ). ທ່ານຮອງນາຍົກລັດຖະມົນຕີໃຫ້ຮູ້ວ່າ, ໃນໄລຍະຈະມາເຖິງສະມາຄົມໃຫຍ່ແພດສາດຫວຽດນາມ ຄວນສືບຕໍ່ຂະຫຍາຍສະມາຊິກສະມາຄົມ; ຍົກສູງຄຸນນະພາບວາລະສານແພດສາດຫວຽດນາມ; ສົມທົບກັບບັນດາອົງການທີ່ກ່ຽວຂ້ອງ ສືບຕໍ່ເຜີຍແຜ່ຄວາມຮູ້ດ້ານການປ້ອງກັນ, ປິນປົວພະຍາດໃຫ້ປະຊາຊົນ; ເພີ່ມທະວີການເຄື່ອນໄຫວຮ່ວມມືສາກົນກວ່າອີກ.

        ທີ່ການເຮັດວຽກກັບສູນກາງສະພາກາແດງຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ວູດຶກດາມ ໄດ້ຕີລາຄາສູງບັນດາໝາກຜົນຂອງສະພາກາແດງທີ່ບັນລຸໄດ້ໃນໄລຍະຜ່ານມາ. ໃນໄລຍະຈະມາເຖິງ, ສູນກາງສະພາກາແດງ ຄວນສືບຕໍ່ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້ ແລະ ສືບຕໍ່ປະຕິບັດບັນດາການເຄື່ອນໄຫວແທດຈິງທີ່ພວມຜັນຂະຫຍາຍໃນໄລຍະຜ່ານມາ, ພິເສດແມ່ນຂະບວນການບໍລິຈາກເລືອດໂດຍສະໝັກໃຈ ເພື່ອປະກອບສ່ວນສ້າງສັງຄົມສະຫງົບສຸກ, ປະຊາຊົນມີຄວາມອີມໜຳສຳລານ.

ຕອບກັບ

ຂ່າວ/ບົດ​ອື່ນ