ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກມອບໃບຢັ້ງຢືນເປັນປູຊະນີຍະສະຖານລະດັບຊາດພິເສດໃຫ້ວິຫານຈ້າງຈີ່ງ

ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກມອບໃບຢັ້ງຢືນເປັນປູຊະນີຍະສະຖານລະດັບຊາດພິເສດໃຫ້ວິຫານຈ້າງຈີ່ງ - ảnh 1
ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກມອບໃບຢັ້ງຢືນເປັນ
ປູຊະນີຍະສະຖານລະດັບຊາດພິເສດໃຫ້ວິຫານຈ້າງຈີ່ງ
(ພາບ: phapluatplus.vn)

(vovworld) – ​ ​ຕອນ​ຄຳ່​ວັນ​ທີ 7/1, ຢູ່​ຕາ​ແສງ ລີ໋ຮອກ, ​ເມືອງ ຫວີງ​ບ໋າ​ວ, ​ນະຄອນ ຫາຍ​ຟ່ອງ, ​ເຊິ່ງ​ແມ່ນ​ບ້ານ​ເກີດ​ເມືອງ​ນອນ​ຂອງ ຈ້າງ​ຈີ່​ງ ຫງວຽນ​ບີ໋ງຄຽມ, ຄະນະ​ກຳມະການ​ປະຊາຊົນ​ນະຄອນ ຫາຍ​ຟ່ອງ ​ໄດ້ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 430 ປີ​ແຫ່ງ​ວັນ​ມໍລະນະ​ກຳ​ຂອງ​ຈ້າງ​ຈີ່​ງ ຫງວຽນ​ບີ໋ງຄຽມ (1491 – 1585) ​ແລະ ຕ້ອນຮັບ​ໃບ​ຢັ້ງຢືນ​​ວິຫານ ຈ້າງ​ຈີ່​ງ ​ແມ່ນ​ປູ​ຊະນີ​ຍະສະ​ຖານ​ລະດັບ​ຊາດ​ພິ​ເສດ. ທີ່​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ມອບ​ໃບ​ຢັ້ງຢືນ​ນີ້​ໃຫ້​ແກ່​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ຫາຍ​ຟ່ອງ.

        ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຮຽກຮ້ອງ​ໃຫ້​ນະຄອນ ຫາຍ​ຟ່ອງ ປົກ​ປັກຮັກສາ, ​ເສີມ​ຂະຫຍາຍ ບັນດາ​ຄຸນ​ຄ່າ​ດ້ານ​ແນວ​ຄິດ ​ແລະ ມໍລະດົກ​ຂອງ​ນັກວັດທະນະທຳ ຫງວຽນບີ໋ງຄຽມ. ວຽກ​ງານ​ດັ່ງກ່າວ​ໄດ້​ປະ​ກອບ​ສ່ວນ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ​​ແບບ​ຍືນ​ຍົງ ​ແລະ ອະນຸລັກ​ຮັກສາ​ຄຸນຄ່າ​ຂອງ​ເຂດ​ປູຊະນີຍະສະຖານ​ເພື່ອ​ປະກອບສ່ວນ​ດຶງ​ດູດ​ແຂກ​ທ່​ອງທ່ຽວ, ​ເສີມ​ຂະຫຍາຍ​ມໍລະດົກ​ວັດທະນະທຳ​ຂອງ​ນັກ​ວັດທະນະທຳ ຫງວຽນ​ບີ໋ງຄຽມ, ສະ​ສົມ, ຄົ້ນພົບ​ ​ບັນດາ​ເອກະສານ​ກ່ຽວ​ກັບ​​ເພີ່ນ ​ແລະ ຢັ້ງຢືນ​ທີ່​ຕັ້ງ​ບົດບາດ​ຂອງ​​ເພີ່ນ​ທີ່​ມີ​ຕໍ່​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຢັ້ງຢືນ​ວ່າ: ພັກ, ລັດ ​ແລະ ປະຊາຊົນ​ທົ່ວ​ປະ​ເທດ​ປາຖະໜາ​ຢາກ​ປົກ​ປັກຮັກສາ​ບັນດາ​ຄຸນຄ່າ​ນີ້​ໄວ້​ເພື່ອ​ປະກອບສ່ວນສ້າງພື້ນຖານ​ວັດທະນະທຳ ຫວຽດນາມ ທີ່ກ້າວໜ້າ, ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ຊາດ.


ຂ່າວ/ບົດ​ອື່ນ