ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມແລະເຮັດວຽກກັບຄະນະເສດຖະກິດສູນກາງ

ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມແລະເຮັດວຽກກັບຄະນະເສດຖະກິດສູນກາງ - ảnh 1

(ທ່ານຮອງ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ​ໄດ້​ຢ້ຽມຢາມ
​ ແລະ​ເຮັດ​ວຽກ​ກັບ​ຄະນະ​ເສດຖະກິດ​ສູນ​ກາງ)

(vovworld) - ຕອນ​ບ່າຍ​ວັນ​ທີ 16/2, ທ່ານຮອງ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ​ໄດ້​ຢ້ຽມຢາມ​ ແລະ​ເຮັດ​ວຽກ​ກັບ​ຄະນະ​ເສດຖະກິດ​ສູນ​ກາງ. ກ່າວ​ຄວາມ​ເຫັນ​ນະ​ທີ່​ນີ້, ທ່ານຮອງ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ສະ​ເໜີ​ຄະນະ​ເສດຖະກິດ​ສູນ​ກາງ​ຜັນ​ຂະຫຍາຍ​ບັນດາ​ໜ້າ​ທີ່​ວຽກ​ງານ​ວິຊາ​ສະ​ເພາະ​ຢ່າງ​ມີ​ປະສິດທິ​ຜົນ, ສຸມ​ໃສ່​ຄວາມ​ເຫັນ​ໄຈ້​ແຍກ, ຕີ​ລາຄາ​ບັນດາ​ແຜນ​ຮ່າງ​ໃຫຍ່, ສົມທົບ​ກັບ​ບັນດາ​ໂຄງການ​ຂອງ​ລັດຖະບານຢ່າງ​ແໜ້ນ​ແຟ້ນ. ພ້ອມ​ທັງ​ຄົ້ນ​ຄ້ວາ​ເພື່ອ​ຍົກ​ອອກ​ແນວ​ຄວາມ​ຄິດ, ນະ​ໂຍບາຍ, ບັນດາ​ຮູບ​ແບບ​ເສດຖະກິດ; ກຳນົດ​ບຸລິ​ມາ​ສິດ​ຕົ້ນຕໍ, ພັດທະນາ​ຄວາມ​ສາມາດ​ບົ່ມ​ຊ້ອນ​ທ່າ​ແຮງ​ຂອງ​ຊາດ, ຈາກ​ນັ້ນ​ແບ່ງ​ແຫຼ່ງກຳລັງ​ໃຫ້​ເໝາະ​ສົມ, ປ່ຽນ​ໃໝ່, ມີ​ຫົວຄິດ​ປະດິດ​ສ້າງ, ຍົກ​ສູງ​ປະສິດທິ​ຜົນ, ສະມັດ​ຕະພາບ, ​ເພີ່ມລາຍ​ຮັບ​ໃຫ້​ແກ່​ຜູ້​ອອກ​ແຮງ​ງານ… ທ່ານຮອງ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ​ເຊື່ອ​ໝັ້ນ​ວ່າ, ດ້ວຍ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ​ແລະ ຄວາມ​ຕັດສິນ​ໃຈ​ຂອງ​ພະນັກງານ, ລັດຖະກອນ​ທັງ​ໝົດ, ຄະນະ​ເສດຖະກິດ​ສູນ​ກາງ​ຈະ​ໄດ້​ຮັບ​ຜົນງານ​ຫຼາຍ​ຢ່າງ​ກວ່າ​ອີກ, ສົມ​ກັບ​ບົດບາດ​ແມ່ນ​ອົງການ​ເສນາ​ທິການ​ຍຸດ​ທະ​ສາດ​ຂອງ​ພັກ​ກ່ຽວ​ກັບ​ຂົງ​ເຂດ​ເສດຖະກິດ - ສັງຄົມ.

ຂ່າວ/ບົດ​ອື່ນ