ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມແລະເຮັດວຽກຢູ່ລາວ

ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມແລະເຮັດວຽກຢູ່ລາວ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ
ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ທອງ​ສິງ ທຳ​ມະ​ວົງ
(ພາບ: Hoàng Chương - TTXVN)

(vovworld) – ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ, ປະ​ທານ​ອະ​ນຸ​ກຳ​ມະ​ການ​ຮ່ວມ​ມື ຫວຽດ​ນາມ - ລາວ, ມີ​ການ​ຢ້ຽມ​ຢາມ ແລ​ະ ເຮັດ​ວຽກ​ຢູ່ ລາວ​ ໃນ​ລະ​ຫວ່າງວັນ​ທີ 9 – 10/12. ຕ​ອນ​ບ່າຍ​ວັນ​ທີ 9/12, ພາຍຫຼັງ​ໄປ​ຮອດ​ນະ​ຄອນຫຼວງ ວຽງ​ຈັນ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ທອງ​ສິງ ທຳ​ມະ​ວົງ ແລະ ພົບ​ປະ​ກັບ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ລາວ ທອງ​ລຸນ ສີ​ສຸ​ລິດ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຕີ​ລາ​ຄາ​ສູງ​ໝາກ​ຜົນ​ແຫ່ງ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ລະ​ຫວ່າງ 2 ປະ​ເທດ​ໃນ​ໄລ​ຍະ​ຜ່ານ​ມາ ແລະ ຢືນ​ຢັນ​ຢາກ​ສືບ​ຕໍ່​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ກັບ​ລາວ ເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ແຫ່ງ​ການ​ຮ່ວມ​ມື​ຢ່າງບໍ່​ຢຸດຢັ້ງ, ໃນ​ບັນ​ດາ​ຂົງ​ເຂດ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ, ການ​ສຶກ​ສາ ແລະ ບຳ​ລ​ຸງ​ສ້າງ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽ​ນ​ຊ​ວນ​ຟຸກ ກໍ່​ສະ​ເໜີ 2 ປະ​ເທດ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ອັນ​ດີ​ງາມ​ຢູ່​ບັນ​ດາ​ເວ​ທີ​ປ​າ​ໄສ​ພາກ​ພື້ນ ແລະ ສາ​ກົນ.

        ທ່ານ ຫງວຽນ​ຊວນ​ຟຸກ ກໍ່​ມີ​ການ​ເຈ​ລະ​ຈາ​ກັບ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ສົມ​ສະ​ຫວາດ ເລັ່ງ​ສະ​ຫວັດ. ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທັງ 2 ທ່ານ​ຕີ​ລາ​ຄາ​ສູງ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້​ໃນ​ການ​ຜັນ​ຂະ​ຫຍາຍ​ “ແຜນ​ການ​ສັງ​ລວມ​ປະ​​ຕິ​ບັດ​ວຽກ​ງານ​ປັກຫຼັກ​ໝາຍ​ຊາຍ​ແດນ ແລະ ບູ​ລະ​ນະ​ລະ​ບົບຫຼັກ​ໝາຍ​ຊາຍ​ແດນ ຫວຽດ​ນາມ ແລະ ລາວ”  ແລະ “ຂໍ້​ຕົກ​ລົງ​ຂັ້ນ​ລັດ​ຖະ​ບານ​ກ່ຽວກ​ັບ​ການ​ແກ້​ໄຂ​​ບັນ​ຫ​າ​ອົບ​ພະ​ຍົບ​​ຢ່າງເສ​ລີ ແລະ ການ​ສົມ​ລົດ​​ຢ່າງ​ຜິດ​ກົດ​ໝາຍ​ໃນ​ເຂດ​ຊາຍ​ແດນ ຫວຽດ​ນາມ - ລາວ”, ເຫັນ​ດີ​ເປັນ​ເອ​ກະ​ສ​ັນ​ສູ້​ຊົນ​ຜັນ​ຂະ​ຫຍາຍ​ຮູບ​ແບບກວດ​ກາ “ປະ​ຕູ​ດຽວ” ຢູ່​ດ່ານ​ຊາຍ​ແດນ​ສາ​ກົນ ລາວບ໋​າວ - ແດນ​ສະ​ຫວັນ ແຕ່​ວັນ​ທີ 1/1/2015 ເປັນ​ຕົ້ນ​ໄປ….

        ພາຍຫຼັງ​ການ​ເຈ​ລະ​ຈາ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ 2 ທ່ານໄດ້​ເຂົ້າ​ຮ່​ວມ​ພິ​ທີ​ເປີດ​ສະຫຼອງ, ມອບ​​ຮັບ, ນຳ​ເຂົ້າ​ໃຊ້​ການ​ໂຄງ​ການ “ກໍ່​ສ້າງ​ສູນ​ຫໍ​ສະ​ໝຸດ, ເອ​ກະ​ສານ ແລະ ສຳ​ນັກ​ງານ​ເຮັດ​ວຽກ​ຂອງ​ສະ​ຖາ​ບັນ​ວິ​ທະ​ຍາ​ສາດ - ສັງ​ຄົມ​ລາ​ວ” ຢູ່​ນະ​ຄອນຫຼວງ ວຽງ​ຈັນ.



ຂ່າວ/ບົດ​ອື່ນ