ຮອງນາຍົກລົດຖະມົນຕີຫງວຽນຊວນຟຸກຢ້ຽມຢາມແລະເຮັດວຽກຢູ່ແຂວງກາເມົາ

ຮອງນາຍົກລົດຖະມົນຕີຫງວຽນຊວນຟຸກຢ້ຽມຢາມແລະເຮັດວຽກຢູ່ແຂວງກາເມົາ - ảnh 1
ທ່ານ ຫງວຽນ​ຊວນ​ຟຸກ ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ກາ​ເມົາ
(ພາບ: VGP/LeSon)

(vovworld) ​ຕອນ​ບ່າຍ​ວັນ​ທີ 24/10, ທ່ານ ຫງວຽນ​ຊວນ​ຟຸກ ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ພ້ອມ​ກັບ​ຜູ້ຕາງໜ້າ​ການ​ນຳ​ບັນ​ດາ​ກະຊວງ, ຂະ​ແໜງ​ຂັ້ນສູນ​ກາງ ​​ໄດ້ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ກາ​ເມົາ ກ່ຽວກັບ​ສະພາບ​ການ​ເສດຖະກິດ - ສັງຄົມ ​ໃນ 9 ​ເດືອນຕົ້ນ​ປີ ​ແລະ ບາງ​ໜ້າ​ທີ່​ຕົ້ນຕໍ​ໃນ 3 ​ເດືອນ​ທ້າຍ​ປີ 2015. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຕີ​ລາຄາ​ສູງ​ຄວາມ​ມານະ​ພະຍາຍາມຂອງ​ແຂວງ ກາ​ເມົາ ​ໃນ 9 ​ເດືອນ​ຜ່ານ​ມາ ​ແລະ ຮຽກຮ້ອງ​ບັນດາ​ກະຊວງ, ຂະ​ແໜງ​ການ​ຂັ້ນສູນ​ກາງ ຄົ້ນ​ຄວ້າ, ພິຈາລະນາ​ໜູນ​ຊ່ວຍ​ແກ້​ໄຂ​ບັນດາ​ຄວາມ​ຫຍຸ້ງຍາກ​ໃຫ້​ທ້ອງ​ຖິ່ນ, ພິ​ເສດ​​ແມ່ນ​ຍູ້​ໄວ​ຄວາມ​ຄືບ​ໜ້າການ​ປະຕິບັດ​ບັນດາ​ໂຄງການ​ຈຸດ​ສຸມ​ຂອງ​ແຂວງ. ພ້ອມ​ກັນ​ນັ້ນ ທ່ານ​ຮອງ​ນາຍົກລັດຖະມົນຕີ ສະ​ເໜີ​ແຂວງ ກາ​ເມົາ ສຸມ​ໃສ່​ເຮັດ​ສຳ​ເລັດ​ແຜນ​ຮ່າງ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່​ຕິດ​ພັນ​ກັບ​ການ​ຫັນປ່ຽນ​ຮູບ​ແບບການ​ເຕີບ​ໂຕ​ຕາມ​ທິດ​ຍົກ​ສູງ​ຄຸນ​ນະພາ​ບ, ມີ​ປະສິດທິ​ຜົນ ​ແລະ ຄວາມ​ສາມາດ​​ແກ່ງ​ແຍ້ງ.

        ​ແລະ​ກໍ່ໃນ​ວັນ​ດຽວ​ກັນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ​​ໄດ້ເຂົ້າ​ຮ່ວມ ​ແລະ ຊີ້ນຳ​ກອງ​ປະຊຸມ​ໃຫຍ່​ແຂ່ງຂັນ​ຮັກ​ຊາດ​ຄັ້ງ​ທີ 5 ​ແຂ​ວງ ກາ​ເມົາ ​ໄລຍະ 2011 – 2015.


ຂ່າວ/ບົດ​ອື່ນ