ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກອວຍພອນວັນຄູແຫ່ງຊາດຫວຽດນາມຢູ່ວິທະຍາຄານຕຳຫຼວດປະຊາຊົນ

ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກອວຍພອນວັນຄູແຫ່ງຊາດຫວຽດນາມຢູ່ວິທະຍາຄານຕຳຫຼວດປະຊາຊົນ - ảnh 1

ຮອງ​ນາ​ຍົ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວນ​ຟຸກອວຍ​ພອນ​ວັນ​ຄູ​ແຫ່ງ​ຊາດ​ຫວຽດ​ນາມ​ຢູ່​ວິ​ທະ​ຍາ​ຄານ​ຕຳຫຼວດ​ປະ​ຊາ​ຊົນ

(ພາບ: chinhphu.vn)

(vovworld) – ​​​ທີ່​ງານ​ໂຮມ​ຊຸມ​ນຸມ​ສະ​ເຫຼີມ​ສະຫຼອງ 32 ປີ​ແຫ່ງວັນ​ຄູ​ແຫ່ງ​ຊາດ ຫວຽດ​ນາມ, ຕອນ​ບ່າຍ​ວັນ​ທີ 20/11, ທີ່​ວິ​ທະ​ຍາ​ຄານ​ຕຳຫຼວດ​ປະ​ຊາ​ຊົນ, ກະ​ຊວງ​ຕຳຫຼວດ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ຍ້ອງ​ຍໍ​ຊົມ​ເຊີຍ​ຄວາມ​ມາ​ນະ​ພະ​ຍາ​ຍາມ ແລະ ຕີ​ລາ​ຄາ​ສູງ​ບັນ​ດາ​ຜົນ​ງານ​ທີ່​ວິ​ທະ​ຍາ​ຄານ​ບັນ​ລຸ​ໄດ້​ໃນ​ໄລ​ຍະ​ຜ່ານ​ມາ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເນັ້ນ​ໜັກ​ວ່າ: ວິ​ທະ​ຍາ​ຄານ​ຄວນ​ເອົາ​ໃຈ​ໃສ່​ລົງ​ທຶນ​​ເຖິງວຽກ​ງານ​ບ​ຳ​ລຸງ​ສ້າງ​ພະ​ນັກ​ງານ, ຄູ​ສອນກ່​ວາ​ອີກ ແລະ ກຳ​ນົດ​ວ່ານີ້​ແມ່ນ​ຂອດ​ບຸກ​ທະ​ລຸ​ສຳ​ຄັນ​ທີ່​ສຸດ​ຂອງ​ການ​ປ່ຽນ​ໃໝ່​ການ​ສຶກ​ສາ​ຂັ້ນ​ມະ​ຫະ​ວິ​ທະ​ຍາ​ໄລ​ໃນ​ປະ​ຈຸ​ບັນ. ວິ​ທະ​ຍາ​ຄານ ຄວນ​ສຸມ​ໃສ່​ບຳ​ລຸງ​ສ້າງ​ພະ​ນັກ​ງານ​ຄູ​ສອນໃນ 3 ດ້ານ: ທັກ​ສະສ້າງ​ຄູ, ວິ​ຊາ​ສະ​ເພາະ ແລະ ຄວາມ​ສາ​ມາດ​ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຮຽກ​ຮ້ອງ​ໃຫ້​ວິ​ທະ​ຍາ​ຄານ​ສຸມ​ໃສ່​ທ​ຸກໆ​ແຫຼ່ງ​ກຳ​ລັງ​ເພື່ອ​ປະ​ຕິ​ບັດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຖືກ​ກັ​ບ​ຄວາມ​ຄືບ​ໜ້າ​ຕາມ​ວິ​ວັດ​ທະ​ນາ​ການ​ກໍ່​ສ້າງ​ວິ​ທະ​ຍາ​ຄານ​ຕຳຫຼວດ​ປະ​ຊາ​ຊົນ​ໃຫ້ກາຍ​ເປັນ​ຮາກ​ຖານ​ສຶກ​ສາ​ຂັ້​ນ​ມະ​ຫາ​ວິ​ທະ​ຍາ​ໄລ​ຈຸດ​ສຸມ​ຂອງ​ກະ​ຊວງ​ຕຳຫຼວດ.

 


ຂ່າວ/ບົດ​ອື່ນ