ຮອງນາຍົກລັດຖະມົນຕີຫງວຽນຊວນຟູກເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນແລະໂຄສະນາເຜີຍແຜ່ການທ່ອງທ່ຽວ

ຮອງນາຍົກລັດຖະມົນຕີຫງວຽນຊວນຟູກເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນແລະໂຄສະນາເຜີຍແຜ່ການທ່ອງທ່ຽວ - ảnh 1
ກອງ​ປະຊຸມ​ສົ່ງ​ເສີມ​ການ​ລົງທຶນ ​ແລະ ​ໂຄສະນາ​ເຜີຍ​ແຜ່​
ການທ່ອງທ່ຽວ ​ແຂວງ ກວາງ​ບິ່ງ ປີ 2015


(vovworld) – ຕອນ​ບ່າຍ​ວັນ​ທີ 14/8, ກ່າວ​ຄຳ​​ເຫັນ​ທີ່​ກອງ​ປະຊຸມ​ສົ່ງ​ເສີມ​ການ​ລົງທຶນ ​ແລະ ​ໂຄສະນາ​ເຜີຍ​ແຜ່​ການທ່ອງທ່ຽວ ​ແຂວງ ກວາງ​ບິ່ງ ປີ 2015, ທ່ານ ຫງວຽນ​ຊວນ​ຟູກ ກຳມະການ​ກົມ​ການ​ເມືອງ, ຮອງ​ນາຍົກລັດຖະມົນຕີ ສະ​ເໜີ​ແຂວງ ກວາງ​ບິ່ງ ສືບ​ຕໍ່​ປະຕິ​ຮູບ​ດ້ານ​ບໍລິຫານ​​​ໃຫ້ເຂັ້ມ​ແຂງ​ກ່ວາ​ ຊຶ່ງ​ພິ​ເສດ​ແມ່ນ​ລະບຽບ​ການ​ບໍລິຫານ ​ເພື່ອ​ຮັກສາ​ການ​ຄຸ້ມ​ຄອງ​​ແຫ່ງ​ລັດ, ຍົກ​ສູງ​ດັດ​ສະ​ນີ​ແກ່ງ​ແຍ້​ງ, ພິ​ເສດ​ແມ່ນ​ປັບປຸງ​ສະພາບ​ແວດ​ລ້ອມ​ການ​ລົງທຶນ, ດຳ​ເນີນ​ທຸລະ​ກິດ​ໃນ​ບໍລິ​ເວນ​​ແຂວງ.

        ກອງ​ປະຊຸມດັ່ງກ່າວໂດຍຄະນະ​ກຳມະການປະຊາຊົນ​ແຂວງ ກວາງບິ່ງ ສົມທົບ​ກັບ​ທະນາຄານຫຸ້ນ​ສ່ວນ​ການ​ຄ້າການ​ລົງທຶນ​ ແລະ ພັດທະນາ ຫວຽດນາມ (BIDV) ຈັດ​ຕັ້ງ. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຜູ້​ແທນປະມານ 350 ທ່ານ, ​ເປັນ​ຜູ້ຕາງໜ້າ​ບັນດາ​ວິ​ສາຫະກິດ​ພາຍ​ໃນ​ປະ​ເທດ ​ແລະ ຕ່າງປະ​ເທດ, ບັນດາ​ນັກ​ໄຈ້​ແຍກ​ເສດຖະກິດ​ອັນ​ດັບ​ໜຶ່ງ​ຂອງ ຫວຽດນາມ. ປະຈຸ​ບັນ, ​ແຂວງ ກວາງ​ບິ່ງ ມີ 34 ໂຄງການ ທີ່​ຮຽກຮ້ອງ​ການ​ລົງທຶນ​ພັດທະນາ​ການ​ຄ້າ ​ແລະ ການທ່ອງທ່ຽວ ​ແລະ 1 ​ໂຄງການ​ລົງທຶນ​ດ້ານ ພື້ນຖານ ໂຄງ​ລ່າງ​ ດ້ວຍຍອດ​ເງິນ​ລົງທຶນ​ເກືອບ 23.000 ຕື້​ດົ່ງ.


ຂ່າວ/ບົດ​ອື່ນ