ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມພິທີຕ້ອນຮັບໃບຮັບຮອງວັດຫວີງງຽມເປັນປູຊະນີຍະສະຖານລະດັບຊາດພິເສດ

ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມພິທີຕ້ອນຮັບໃບຮັບຮອງວັດຫວີງງຽມເປັນປູຊະນີຍະສະຖານລະດັບຊາດພິເສດ - ảnh 1
(ພາຍປະກອບ)

(vovworld) - ຕອນ​ເຊົ້າ​ວັນ​ທີ 20/03, ຢູ່​ແຂວງ ບັກ​ຢາງ, ​ໄດ້ດຳ​ເນີນ​ພິທີ​ຕ້ອນຮັບ​ໃບຮັບຮອງ​ວັດ ຫວີງ​ງຽມ ​ເປັນ​ປູ​ຊິ​ນີຍະສະຖາ​ນ​ລະດັບຊາດ​ພິ​ເສດ. ວັດ​ຫວີງ​ງຽມ ​ແມ່ນ​ກິດຈະກຳສະຖາ​ປັດ​ຕະ​ຍະກ​​ຳມີ​ຄຸນຄ່າ​ພິ​ເສດ, ​ເປັນຂີດ​ໝາຍ​ບັນດາ​ໄລຍະ​ພັດທະນາ​ສະຖາ​ປັດຕະຍະ​ກຳ​ສິລະ​ປະ ຫວຽດນາມ. ທີ່​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ມອບ​ໃບຮັບ​ຮອງ​ປູຊະນີຍະສະ​ຖານ​ແຫ່ງ​ຊາດ​ພິ​ເສດ​ໃຫ້​ວັດ ຫວີງ​ງຽມ ​ແລະ ສະ​ເໜີ​ແຂວງ ບັກ​ຢາງ ຮີບ​ເຮັ່ງ​ສ້າງ​ແຜນ​ສັງ​ລວມ ອະນຸລັກ​ຮັກສາ​ບູລະນະ​ປະຕິສັງຂອນ​ປູຊະນີຍະ​ສະຖານ ​ເພື່ອ​ເສີມ​ຂະຫຍາຍ​ຄຸນຄ່າ​ປູຊະນີຍະ​ຖານຢ່າງ​ໝັ້ນຄົງ. ພ້ອມ​ທັງ ສືບ​ຕໍ່​ຄົ້ນຄວ້າ​ເຮັດ​ແຈ້ງ​ຄຸນຄ່າປູຊະນີຍະ​ຖານ​ວັດ ຫວີງ​ງຽ​​ມ ຕິດ​ພັນ​ກັບກຸ່ມ​ປູຊະນີຍະ​ຖານ ​ແລະ ທັດສະນີ​ຍະ​ພາບ ອຽນ​ຕື ​ເພື່ອ​ສ້າງ​ສຳ​ເນົາ​ເອກະສານ​ຍືນ​ສະ​ເໜີ​ຕໍ່ UNESCO ຮັບຮອງ​ເປັນ​ມໍລະດົກ​ໂລກ ​ແລະ ​ເສີມ​ຂະຫຍາຍ​ຄຸນຄ່າ​ວັດທະນະທຳ​, ວິທະຍາສາດ ​ແລະ ຄວາມ​ງາມ​ຂອງ​ປູຊະນີຍະ​ສະຖານ​ຢ່າງ​ເລິກ​​ເຊິ່ງກ້ວາງ​ຂວາງ.

ຂ່າວ/ບົດ​ອື່ນ