ຮອງນາຍົກລັດຖະມົນຕີຫວູດຶກດາມ: ພ້ອມແລ້ວທີ່ຈະເສຍສະຫຼະຜົນປະໂຫຍດທາງດ້ານເສດຖະກິດເພື່ອຕ້ານເຊື້ອພະຍາດ nCoV

(VOVWORLD) -ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ້ອງປະຕິບັດການຊີ້ນຳຂອງລັດຖະບານ ໃນວຽກງານປ້ອງກັນ, ຕ້ານເຊື້ອພະຍາດປອດອັກເສບທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ຢ່າງເຂັ້ມງວດ.

ຮອງນາຍົກລັດຖະມົນຕີຫວູດຶກດາມ: ພ້ອມແລ້ວທີ່ຈະເສຍສະຫຼະຜົນປະໂຫຍດທາງດ້ານເສດຖະກິດເພື່ອຕ້ານເຊື້ອພະຍາດ nCoV - ảnh 1 ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ກ່າວຄຳເຫັນນະທີ່ນີ້

(ພາບ: hanoimoi.com.vn)

ຕອນເຊົ້າວັນທີ 01 ກຸມພາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ໄດ້ເປັນປະທານກອງປະຊຸມໂດຍກົງຜ່ານເຄືອຂ່າຍອີນເຕີແນັດກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນກ່ຽວກັບການປ້ອງກັນ, ຕ້ານເຊື້ອພະຍາດປອດອັກເສບທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ (2019-nCoV). ທີ່ກອງປະຊຸມ, ຜູ້ຕາງໜ້າກະຊວງສາທາລະນະສຸກ ໄດ້ກວດພົບຜູ້ຖືກຕິດເຊື້ອພະຍາດດັ່ງກ່າວຄົນທີ 6 ແລະ ແມ່ນກໍລະນີທຳອິດແຜ່ລາມອອກໄປສູ່ວົງຄະນະຍາດ. ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເນັ້ນໜັກວ່າ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ້ອງປະຕິບັດການຊີ້ນຳຂອງລັດຖະບານ ໃນວຽກງານປ້ອງກັນ, ຕ້ານເຊື້ອພະຍາດປອດອັກເສບທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ຢ່າງເຂັ້ມງວດ. ທ່ານກ່າວວ່າ.

          “ນັບແຕ່ເບື້ອງຕົ້ນ, ພັກ, ລັດ ໄດ້ຊາບຊຶມຈິດໃຈເປັນເຈົ້າການຮັບມືຢ່າງຂ້ຽວຂາດ. ນີ້ແມ່ນໜ້າທີ່ຂອງທັງລະບົບ, ຄວນຍົກສູງຈິດໃຈຮັບຜິດຊອບຂອງຜູ້ນຳໜ້າ. ພວກເຮົາຄວນຖືສະພາບການນີ້ສູງກວ່າ ແລະ ໄວກວ່າ, ກຽມພ້ອມຮັບມືກັບສະພາບຮ້າຍແຮງທີ່ສຸດ. ສະນັ້ນ, ຕ້ອງເປັນເຈົ້າການ. ກຽມພ້ອມເສຍສະຫຼະຜົນປະໂຫຍດທາງດ້ານເສດຖະກິດເພື່ອຕ້ານເຊື້ອພະຍາດດັ່ງກ່າວ”.

          ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຊີ້ແຈ້ງວ່າ, ໃນໄລຍະຈະມາເຖິງອາດຈະກວດພົບບັນດາກໍລະນີຕິດເຊື້ອພະຍາດດັ່ງກ່າວຕື່ມອີກ, ແຕ່ບໍ່ໝາຍຄວາມວ່າຈະຮ້າຍແຮງ ຍ້ອນນີ້ແມ່ນບັນດາກໍລະນີຖືກສົງໄສເຊິ່ງຂະແໜງສາທາລະນະສຸກໄດ້ແຍກຜູ້ຕິດເຊື້ອອອກຕ່າງຫາກ, ຕິດຕາມ, ປິ່ນປົວ. ຈິດໃຈຊີ້ນຳຂອງລັດຖະບານແມ່ນກະຈ່າງແຈ້ງ, ເປີດເຜີຍສະພາບຕິດເຊື້ອພະຍາດເພື່ອໃຫ້ປະຊາຊົນມີຄວາມເຂົ້າໃຈແຈ້ງ ແລະ ເປັນເຈົ້າການເຂົ້າຮ່ວມການປ້ອງກັນ, ຕ້ານເຊື້ອພະຍາດດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ