ຮອງນາຍົກລັດຖະມົນຕີຫວູດຶກດາມຕ້ອນຮັບລັດຖະມົນຕີກະຊວງແຮງງານແລະຮັບປະກັນຊີວິດສັງຄົມກູບາ

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ສະເໜີໃຫ້ 2 ຝ່າຍຕັ້ງໜ້າຊຸກຍູ້ການຮ່ວມມື, ແບ່ງປັນບົດຮຽນເພື່ອສ້າງນະໂຍບາຍໃຫ້ສົມບູນແບບ, ສ້າງບັນດາຮູບແບບກ່ຽວກັບການຮັບປະກັນຊີວິດສັງຄົມ

ຮອງນາຍົກລັດຖະມົນຕີຫວູດຶກດາມຕ້ອນຮັບລັດຖະມົນຕີກະຊວງແຮງງານແລະຮັບປະກັນຊີວິດສັງຄົມກູບາ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ລັດຖະມົນຕີກະຊວງແຮງງານ ແລະ ຮັບປະກັນຊີວິດສັງຄົມກູບາ

(ພາບ: TTXVN)

ວັນທີ 13 ກັນຍາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ໄດ້ໃຫ້ການຕ້ອນຮັບທ່ານນາງລັດຖະມົນຕີກະຊວງແຮງງານ ແລະ ຮັບປະກັນຊີວິດສັງຄົມກູບາ Margarita M.Gonzalez Fernandez ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທີ່ການຕ້ອນຮັບພາຍຫຼັງການເຮັດວຽກລະຫວ່າງກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ກັບລັດຖະມົນຕີກະຊວງແຮງງານ ແລະ ຮັບປະກັນຊີວິດສັງຄົມກູບາ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ສະເໜີໃຫ້ 2 ຝ່າຍຕັ້ງໜ້າຊຸກຍູ້ການຮ່ວມມື, ແບ່ງປັນບົດຮຽນເພື່ອສ້າງນະໂຍບາຍໃຫ້ສົມບູນແບບ, ສ້າງບັນດາຮູບແບບກ່ຽວກັບການຮັບປະກັນຊີວິດສັງຄົມ ຕິດພັນກັບການພັດທະນາແບບຍືນຍົງ. ທ່ານຮອງນາຍົກລັດຖະມົນຕີ ປາດຖະໜາວ່າ, ກະຊວງກະຊວງແຮງງານ ແລະ ຮັບປະກັນຊີວິດສັງຄົມກູບາ ຈະເອົາໃຈໃສ່, ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດຫວຽດນາມ ພວມເຄື່ອນໄຫວຢູ່ກູບາ ແກ້ໄຂບັນດາບັນຫາແຮງງານ, ເງິນເດືອນ… ຢ່າງສະດວກກວ່າ.

        ສ່ວນທ່ານນາງລັດຖະມົນຕີ Margarita M.Gonzalez Fernandez ໃຫ້ຮູ້ວ່າ, ກູບາ ປາດຖະໜາຢາກຮ່ວມມື ແລະ ແລກປ່ຽນບົດຮຽນກັບຫວຽດນາມ ກ່ຽວກັບແຮງງານ, ວຽກເຮັດງານທຳ, ເງິນເດືອນ, ໜູນຊ່ວຍບັນດາເປົ້າໝາຍນະໂຍບາຍ, ນຳຄົນງານໄປເຮັດວຽກຢູ່ຕ່າງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ