ຮອງນາຍົກລັດຖະມົນຕີຫວູດຶກດາມ:ລະດົມທົ່ວສັງຄົມປ້ອງກັນ,ຕ້ານHIV/AIDS

ຮອງນາຍົກລັດຖະມົນຕີຫວູດຶກດາມ:ລະດົມທົ່ວສັງຄົມປ້ອງກັນ,ຕ້ານHIV/AIDS - ảnh 1
ຮອງນາຍົກລັດຖະມົນຕີ ຫວູດຶກ​ດາມ
(ພາບປະກອບ)

(vovworld) – ວັນ​ທີ 13/6, ​​ໂດຍເປັນ​ປະທານ​ກອງ​ປະຊຸມ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ​ທົ່ວ​ປະ​ເທດ ສະຫລຸບ​ວຽກ​ງານ 6 ​ເດືອນ​ຕົ້ນ​ປີ​ຂອງ​ຄະນະ​ກຳມະການ​ແຫ່ງ​ຊາ​ດປ້ອງ​ກັນ, ຕ້ານ​ໂລກ​ເອດ ​ແລະ ຕ້ານ​ຢາ​ເສບ​ຕິດ, ​ໂສ​ເພນີ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ​ເນັ້ນ​ໜັກ​ວ່າ: ການປ້ອງ​ກັນ, ຕ້ານ HIV/AIDS ​ແລະ ​ຢາ​ເສບ​ຕິດ, ​ໂສ​ເພນີ​ແມ່ນ​ວຽກ​ງານ​ຫຍຸ້ງຍາກ, ສັບສົນ. ​ໃນ​ສະພາບການ​ແຕ່​ຕົ້ນ​ປີ 2014, ​ແຫຼ່ງງົບປະມານ, ​ແຫຼ່ງ ODA ສະຫງວນ​​ໃຫ້​ບັນດາ​ໂຄງການນີ້​ຖືກ​ຫລຸດ​ລົງ, ບັນດາ​ກະຊວງ, ຂະ​ແໜງ​ການຕ້ອງ​ພະຍາຍາມ, ມານະ​ພະຍາຍາມ​ກ່ວາ​ອີກ, ລະດົມ​ທົ່ວ​ສັງຄົມ​​ເຂົ້າ​ວຽກ​ງານ​ນີ້.

        ທ່ານ​ຮອງ​ນາຍົກລັດຖະມົນຕີ​ໃສ່​ໃຈວ່າ: ​ເລື່ອງ​ຍູ້​ແຮງ​ວຽກ​ງານ​ໂຄສະນາ ​ສຶກສາຜ່ານ​ພາຫະນະ​ສື່​ມວນ​ຊົນ ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ປະຊາຊົນ, ​ເພີ່​ມທະ​ວີ​ການ​ສຶກສາ, ນຳ​ເອົາ​​ເນື້ອ​ໃນ​ປ້ອງ​ກັນ, ຕ້າ​ນ HIV/AIDS ​ແລະ ​ຢາ​ເສບ​ຕິດ, ​ໂສ​ເພນີ​ ​ເຂົ້າ​​ບັນດາລາຍ​ການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ​ໃນ​​ໂຮງຮຽນສາມັນ, ພິ​ເສດ​ແມ່ນ​ສຳລັບ​ຊາວ​ໜຸ່ມ. ທ່ານ​ຮອງ​ນາຍົກລັດຖະມົນຕີ ກໍ່​ສະ​ເໜີ​ໃຫ​​້ກະຊວງ​ສາທາລະນະ​ສຸກ​ຕ້ອງ​ຄົ້ນ​ຄ້ວາ​​ຢາ​ປະ​ເພດ​ໃໝ່​ໃນ​ການບຳບັດ​ຢາ​ເສບ​ຕິດ ​ເພື່ອ​​ໃຊ້ທົດ​ລອງ​​ຢູ່​ທ້ອງ​ຖີ່​ນຕ່າງໆ.

 

 


ຂ່າວ/ບົດ​ອື່ນ