ຮອງນາຍົກລັດຖະມົນຕີຫວູດຶກດາມເປັນປະທານກອງປະຊຸມຂອງຄະນະຊີ້ນຳ150

ຮອງນາຍົກລັດຖະມົນຕີຫວູດຶກດາມເປັນປະທານກອງປະຊຸມຂອງຄະນະຊີ້ນຳ150 - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ
(ພາບ: VGP/Đình Nam)

(vovworld) – ຕອນ​ບ່າຍ​ວັນ​ທີ 4/7, ທີ່​ສຳ​ນັກ​ງານ​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ, ຫົວໜ້າ​ຄະນະ​ຊີ້​ນຳ​ລະດັບ​ຊາດ ກ່ຽວ​ກັບ​ການ​ຢັ້ງຢືນອັດຖິ​ນັກຮົບ​ທີ່​ເສຍສະ​ຫຼະຊີວິດ​ເພື່ອຊາດທີ່​ຍັງ​ຂາດ​ຂໍ້​ມູນ​ (ຄະນະ​ຊີ້​ນຳ 150)​ ​ໄດ້​ເປັນ​ປະທານ​ກອງ​ປະຊຸມ​ຂອງ​ຄະນະ. ພາຍຫຼັງ​ໄດ້​ຮັບ​ຟັງບົດ​ລາຍ​ງານ​ຂອງ​ບັນດາ​ອົງການ​ປະຈຳການ​ຄະນະ​ຊີ້​ນຳ​ກ່ຽວກັບ​ໝາກຜົນ​ຂອງ​ການ​ປະຕິບັດ​ແຜນການ​ຜັນ​ຂະຫຍາຍ​ປະຕິບັດ​ແຜນ​ຮ່າງ ຢັ້ງຢືນ​ອັດຖິ​ນັກຮົບ​ທີ່​ເສຍສະ​ຫຼະຊີວິດ​ເພື່ອຊາດ ທີ່​ຍັງ​ຂາດ​ຂໍ້ມູນ​, ຄຳ​ເຫັນ​ຂອງ​ບັນດາ​ສະມາ​ຊິກຄະນະ​ຊີ້​ນຳ ​ແລະ ຜູ້ຕາງໜ້າ​ບັນດາ​ກະຊວງ, ຂະ​ແໜງ​ການ, ອົງການ​ກ່ຽວຂ້ອງ, ທ່ານ​ຮ​ອງນາຍົກລັດຖະມົນຕີ ຫວູດຶກ​ດາມ, ຮັບ​ຮູ້​ນ້ຳ​ໃຈ​ຮັບຜິດຊອບ, ການ​ສົມທົບ​ຢ່າງ​ແໜ້ນ​ແຟ້ນ, ​ເຂັ້ມ​ງວດ​ຂອງ​ບັນດາ​ສະມາຊິກ​ໃນ​ຄະນະ, ບັນດາ​ອົງການ​ກ່ຽວຂ້ອງ​​ໃນ​ການ​ປະຕິບັດ​ບັນຫາ​ໜ້າ​ທີ່​ໄດ້​ຮັບ​ມອບ​ໝາຍ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ສະ​ເໜີວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ບັນດາ​ສະມາຊິກ​ຄະນະ​ຊີ້​ນຳ, ບັນດາ​ກະຊວງ, ຂະ​ແໜງ​ການ, ຫົວໜ່ວຍ​ຕ້ອງ​ສືບ​ຕໍ່​ມານະ​ພະຍາຍາມ, ຕັດສິນ​ໃຈ​ເພື່ອ​ປະຕິບັດ​ສຳ​ເລັດ​ໜ້າ​ທີ່​ກ່ວາ​ອີກ.


ຂ່າວ/ບົດ​ອື່ນ