ຮອງນາຍົກລັດຖະມົນຕີຫວູດຶກດາມເຮັດວຽກກັບແຂວງກວາງນິງ

ຮອງນາຍົກລັດຖະມົນຕີຫວູດຶກດາມເຮັດວຽກກັບແຂວງກວາງນິງ - ảnh 1
(ທ່ານຮອງນາຍົກລັດຖະມົນຕີຫວູດຶກດາມ
ເຮັດວຽກກັບແຂວງກວາງນິງ)


(vovworld) – ວັນ​ທີ 21/08, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ​ແລະ ຄະນະ​ປະຕິບັດ​ງານ​ລັດຖະບານ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​​ແຂວງ ກວາງ​ນິງ, ກ່ຽວ​ກັບ​ສະພາບ​ການ​ປະຕິບັດ​ໜ້າ​ທີ່​ພັດທະນາ​ເສດຖະກິດ​, ສັງຄົມ ​ໃນ 7 ​ເດືອ​ນຕົ້ນ​ປີ 2015 ​ແລະ ໜ້າ​ທີ່​ຈຸດ​ສຸມ​ໃນ​ຊຸມ​ເດືອນ​ທ້າຍປ​ີ 2015.

          ທີ່​ການ​ເຮັດ​ວຽກ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ​ເນັ້ນ​ໜັກ​ວ່າ, ​ແຂວງ ກວາ​ງນິງ ຕ້ອງ​ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ຈຸດ​ສຸມກ່ຽວ​ກັບ​ຄົມມະນາຄົມ ​ເພື່ອ​ຊຸກຍູ້ການ​ພັດທະນາ​ເສດຖະກິດ ຕິດ​ພັນ​ກັບ​ບັນດາ​ທ້​ອງຖິ່ນ​​ໃນ​ເຂດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ໃສ່​​ໃຈ​ວ່າ, ​ແຂວງ ກວາງ​ນິງ ​ແມ່ນ​ທ້ອງ​ຖິ່ນ​ຈຸດ​ສຸມ​ກ່ຽວ​ກັບ​ການ​ທ່ອງ​ທ່ຽວ​ຂອງ​ທົ່ວ​ປະ​ເທດ, ​ເພາະສະ​ນັ້ນ, ຕ້ອງ​ສ້າງ​ຕັ້ງກົດ​ລະບຽບ​ຄຸ້ມ​ຄອ​ງ ​ເພື່ອ​ທັງ​ອະນຸລັກ​ຮັກສາທັງ​ເສີນ​ຂະຫຍາຍ​ໄດ້​ຄຸນຄ່າ​ບັນດາ​ມໍລະ​ດົກ. ທ່ານ​ຮອງ​ນາຍົກລັດຖະມົນຕີ ກໍ​ຮັບ​ຮູ້​ບັນດາ​ຄວາມມານະ​ພະຍາຍາມຂອງ​ແຂວງ​ກວາງ​ນິງ ​ໃນ​ການ​ລົງທຶນ​ໃຫ້​ບັນດາ​ຂົ​ງ​ເຂດ​ສັງຄົມ, ສາທາ​ລະນະ​ສຸກ, ວັດທະນະທຳ, ການ​ສຶກສາ ​ແລະ ປາດ​ຖະໜາ​ວ່າ ​ແຂວງ​ສື​ບຕໍ່​ຜັນຂະ​ຫຍາຍ​ບັນດາ​ຮູບ​ແບບ​ໃໝ່, ມີ​ວິທີ​ເຮັດ​ໃໝ່ ​ເພື່ອ​ທະວີ​ຄູນ​ອອກ​ສູ່​ທົ່ວ​ປະ​ເທດ.

ຂ່າວ/ບົດ​ອື່ນ