ຮອງນາຍົກລັດຖະມົນຕີຫວູວັນນິງເຂົ້າຮ່ວມພິທີປະກາດເມືອງຫາຍເຫົ້າແຂວງນາມດິ້ງບັນລຸມາດຖານຊົນນະບົດໃໝ່

ຮອງນາຍົກລັດຖະມົນຕີຫວູວັນນິງເຂົ້າຮ່ວມພິທີປະກາດເມືອງຫາຍເຫົ້າແຂວງນາມດິ້ງບັນລຸມາດຖານຊົນນະບົດໃໝ່ - ảnh 1
ທ່ານ​ ຫວູວັນ​ນິງ ມອບ​ຂໍ້​ຕົກລົງ​ຂອງ​ນາຍົກລັດຖະມົນຕີ
ຮັບ​ຮອງເມືອງ ຫາຍ​ເຫົ້າ ບັນລຸ​ມາດຖານ​ຊົນນະບົດ​ໃໝ່
(ພາບ: VGP)

(vovworld) –​​​ ຕອນ​ເຊົ້າ​ວັນ​ທີ 29/8, ຢູ່​ແຂວງ ນາມ​ດິ້ງ, ຄະນະ​ກຳມະການ​ປະຊາຊົນ​ແຂວງ ນາມ​ດິ້ງ, ຄະນະ​ກຳມະການ​ປະຊາຊົນ​ເມືອງ ຫາຍ​ເຫົ້າ ຈັດ​ຕັ້ງ​ພິທີ​ປະກາດ ​ແລະ ຮັບ​ນາມມະຍົດ​ເມືອງ​ບັນລຸ​ມາດຖານ​ຊົນນະບົດ​ໃໝ່​ປີ 2015. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ, ຫົວໜ້າ​ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ ກໍ່ສ້າງ​ຊົນນະບົດ​ໃໝ່​ເຂົ້າ​ຮ່ວມ​ພິທີ.

        ​ເມື່ອມອບ​ຂໍ້​ຕົກລົງ​ຂອງ​ນາຍົກລັດຖະມົນຕີ ຮັບ​ຮອງເມືອງ ຫາຍ​ເຫົ້າ ບັນລຸ​ມາດຖານ​ຊົນນະບົດ​ໃໝ່, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ຢືນຢັນ​ວ່າ: ນາມ​ດິ້ງ ​ແມ່ນ​ໜຶ່ງ​ໃນ​ບັນດາ​​ແຂວງນຳໜ້າ​​ທົ່ວ​ປະ​ເທດກ່ຽວ​ກັບ​ການ​ປະຕິບັດ​ໂຄງການ​ຊົນນະບົດ​ໃໝ່. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເນັ້ນ​ໜັກ​ວ່າ: ການຫັນ​ກະສິກຳ​ຊົນນະບົດ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ​ແມ່ນ​ໜ້າ​ທີ່​ອັນ​ດັບ​ໜຶ່ງ​ຂອງ​ວິ​ວັດການ​ຫັນ​ປະ​ເທດ​ຊາດ​ເປັນ​ທັນ​ສະ​ໄໝ. ​ເພາະສະ​ນັ້ນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ສະ​ເໜີ​ແຂວງ ນາມ​ດິ້ງ, ​ເມືອງ ຫາຍ​ເຫົ້າ ລະດົມ​ກຳລັງ​ໃຈ​​ປະຊາຊົນ​ທຸກ​ຊັ້ນ​ວັນນະຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່ສ້າງ​ຊົນນະບົດ​ໃໝ່, ສ້າງ​ບ້ານ​​ເກີດ​ເມືອງ​ນອນ​ໃຫ້​​ຮັ່ງມີ​ສວຍ​ງານ, ສີວິ​ໄລ, ​ແລະ ສຸພາບ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ​ໃຫ້​ຮູ້​ວ່າ:

        “​ແຂວງ, ​ເມືອງ​ຕ້ອງ​ເອົາ​ໃຈ​ໃສ່​ຊິ້ນຳ​ນຳພາ​ບຸລິ​ມະ​ສິດ​ຈັດ​ແບ່ງ​ແຫຼ່ງກຳລັງ​, ໝູນໃຊ້​ ​ກົນ​ໄກ​ນະ​ໂຍບາຍ​ລວມ​ເຂົ້າ​​ໃນເງື່ອນ​ໄຂ​ລະອຽດ​ຂອງ​ແຕ່ລະ​ທ້ອງ​ຖິ່ນຢ່າງ​ມີຫົວຄິດ​ປະດິດ​ສ້າງ, ພ້ອມ​ກັບ​ການປັບປຸງ​ບັນດາ​ມາດຖານ​ທີ່​ຍັງບໍ່​ທັນ​ບັນລຸ​ດ​ໄດ້, ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ, ຮັກສາ​ຍົກສູງ​ຄຸນ​ນະພາ​ບບັນດາ​ມາດຖານ​ໃນ​ໄລຍະ​ຕໍ່​ໄປ. ​ເພີ່ມ​ທະວີ​ການ​ພັດທະນາ​ການ​ຜະລິດ​ສ້າງ​ໂຄງ​ປະກອບ​ກະສິກຳຄືນ​​ໃໝ່ຕິດ​ພັນ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢ່າງ​ໝັ້ນຄົງ, ບົນ​ພື້ນຖານ​ຍູ້​ແຮງ​ການ​ຮ່ວມ​ມື, ຮ່ວມ​ສຳພັນ​ໃນ​ການ​ໜູນ​ໃຊ້​ຄວາມ​ກ້າວໜ້າ​ດ້ານວິທະຍາ​ສາດ​ເຕັກນິກ ​ຜະລິດ​ຕິດ​ພັນກັບການ​ຕະຫລາດ, ຍົກ​ສູງ​ສະມັດ​ຕະພາບ, ຄຸນ​ນະພາ​ບ ​ແລະ ມູນ​ຄ່າ​ເພີ່ມ​​ຂອງ​ຜະລິດ​ຕະພັນ.

        ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ກໍ​ຮຽກຮ້ອງ​ແຂວງ ນາມ​ດິ້ງ ສືບ​ຕໍ່​ຍູ້​ແຮງ​ວຽກ​ງານ​ໂຄສະນາ​ຍົກ​ສູງ​ຄວາມຮັບ​​ຮູ້​ເພື່ອ​ປະຊາຊົນ​ເປັນ​ເຈົ້າ​ຂອງໃນ​ການກໍ່​ສ້າງ​ຊົນນະບົດ​ໃໝ່​ຢ່າງ​ແທ້​ຈິງ.

ຂ່າວ/ບົດ​ອື່ນ