ຮອງນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບຄະນະຜູ້ແທນທີ່ມີຄຸນງາມຄວາມດີແຂວງ ວິ້ງລອງ

ຮອງນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບຄະນະຜູ້ແທນທີ່ມີຄຸນງາມຄວາມດີແຂວງ ວິ້ງລອງ - ảnh 1
ທີ່ການຕ້ອນຮັບ​ຄະນະ​ຜູ້​ແທນທີ່​ມີ​ຄຸນງາມຄວາມດີ​ແຂວງ ວິ້ງ​ລອງ
(ພາບ: chinhphu.vn)

(vovworld) -     ​ຕອນ​ບ່າຍ​ວັນ​ທີ 5/9, ຢູ່​ຫ້ອງ​ວ່າການ​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນຕີ Vu Van Ninh ​ໄດ້​ໃຫ້​ການ​ຕ້ອນຮັບຄະນະ​ຜູ້​ແທນ​ນັກ​ປະຕິວັດອາວຸ​ໂສ, ທະຫານ​ເຈັ​ບປ່ວຍ, ຜູ້​ມີ​ຄຸນງາມຄວາມດີ, ຍາດຕິ​ພີ່​ນ້ອງ​ຂອງ​​ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພີ່​ອຊາດ, ​ແມ່ ​ຫວຽດນາມ ວິລະ​ຊົ​ນ​ແຂວງ ວິ້ງ​ລອງ, ​ເນື່ອງ​ໃນ​ໂອກາດທີ່​ບັນດາຜູ້​ແທນ​ມາ​ຢ້ຽມຢາມ​ນະຄອນຫຼວງ​ຮ່າ​ໂນ້ຍ. ທ່ານຮອງ​ນາຍົກລັດຖະມົນຕີ Vu Van Ninh ​ໄດ້​ຢືນຢັນ​ວ່າ​ ຍາມ​ໃດ​ພັກ, ລັດ ກໍ​ຈົດ​ຈຳ​ບຸນຄຸນ​ທີ່​ໃຫຍ່​ຫຼວງ​ຂອງ​ບັນດາ​ນັກຮົບວິລະ​ຊົນ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ​ແມ່​ຫວຽດນາມ ວິລະ​ຊົນ, ທະຫານ​ເຈັ​ບປ່ວຍ, ຜູ້​ທີ​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ​ໃນ​ພາລະກິດ​ຕໍ່ສູ້​ປົດ​ປ່ອຍ​ຊາດ ​ແລະ ສ້າງສາ​ປະ​ເທດ​ຊາດ. ຍາມ​ໃດ​ພັກ, ລັດ ກໍ​ເອົາ​ໃຈ​ໃສ່ ​ແລະ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ຍົກ​ສູງ​ຊີວິດ​ທາງ​ດ້ານ​ວັດຖຸ, ຈິດ​ໃຈ​ຂອງ​ບັນດາ​ຄອບຄົວ​ນະ​​ໂຍບາຍ, ຜູ້​ທີ​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ​ໃນ​ທົ່ວ​ປະ​ເທດ​ເວົ້າ​ລວມ ​ແລະ ຢູ່​ແຂວງວິ້ງ​ລອງ ​ເວົ້າ​ສະ​ເພາະ. ທ່ານ​ຮອງ​ນາ​ຍົກ​ລັດຖະມົນຕີ ​ໄດ້​ສະ​ເໜີ​​ວ່າ ໃນ​ໄລຍະ​ຈະ​ມາ​ເຖິງ​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ​ແຂວງ​ວິ້ງ​ລອງ ສືບ​ຕໍ່​ຍູ້​ແຮງ​ບັນດາ​ການ​ເຄື່ອນ​ໄຫວ​ດ້ານ​ສັງຄົມ, ຕອບ​ບຸນ​ແທນ​ຄຸນ, ກິນ​​ເຂົ້າ​ຄິດ​ຮອດ​ຄຸນ​ນາ ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳ, ​ເພື່ອ​ເບິ່ງ​ແຍງ​ດູ​ແລ, ຕອບ​ບຸນ​ແທນ​ຄຸນຜູ້​ທີ​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດຂອງ​ທ້ອງ​ຖິ່ນ​ໃຫ້​ນັບ​ມື້​ນັບ​ດີກ​ວ່າ. ທ່ານຮອງ​ນາຍົກລັດຖະມົນຕີ Vu Van Ninh ປາດ​ຖະໜາ​ວ່າບັນດາ​ຜູ້​ແທນທີ​ມີ​ຄຸນງາມຄວາມດີ​​ແຂວງ​ວິ້ງ​ລອງ ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​​ປະຕິວັດ​ຂອງ​ບ້ານ​ເກີດ​ເມືອງ​ນອນ, ສຶກສາ​ລຸ້ນໜຸ່ມ​ອອກ​ແຮງ​ງານ, ຮໍ່າຮຽນ ຢ່າງ​ຕັ້ງໜ້າ, ປະກອບສ່ວນ​ສ້າງສາ​ບ້ານ​ເກີດ​ເມືອງ​ນອນ, ປະ​ເທດ​ຊາດ​ໃຫ້​ນັບ​ມື້​ນັບ​ຮັ່ງມີ ​ແລະ ສວຍ​ງາມ.

ຂ່າວ/ບົດ​ອື່ນ