ຮອງນາຍົກລັດຖະມົນຕີຫວຽດນາມຕ້ອນຮັບປະທານ BCIU ຂອງອາເມລິກາ

ຮອງນາຍົກລັດຖະມົນຕີຫວຽດນາມຕ້ອນຮັບປະທານ BCIU ຂອງອາເມລິກາ - ảnh 1
ທ່ານ ຟ້າ​ມບິ່ງ​ມິ​ງ ແລະ ທ່ານ Peter Tichansky

(vovworld) - ຕອນ​ບ່າຍ​ວັນ​ທີ 20/10, ຢູ່ ຮ່າ​ໂນ້ຍ, ທ່ານຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ​ ຟ້າ​ມບິ່ງ​ມິ​ງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Peter Tichansky, ທ່ານ​ປະທານ​ສະພາ​ວິ​ສາ​ຫະກິດ​ຊຸກຍູ້​ການ​ພົວພັນ​ສາກົນ (BCIU) ຂອງ ອາ​ເມ​ລິ​ກາ. ທີ່​ການ​ຕ້ອນຮັບ, ທ່ານ​ Peter Tichansky ປະທານ BCIU ຂອບ​ໃຈ ທ່ານຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ  ​ໄດ້​ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນທະນາ​ໂຕະມົນ​ໂດຍ BCIU ຈັດ​ຕັ້ງ​ໃນ​ເດືອນ 9/2016 ຢູ່​ ນິວຢອກ ​ແລະ ​ໄດ້​ແລກປ່ຽນ, ​ແກ້​ບັນຫາຂ້ອງ​ໃຈ​ໂດຍ​ກົງ ​ແລະ ສົ່ງ​ເສີມ​ບັນດາ​ວິ​ສາ​ຫະກິດ ອາ​ເມ​ລິ​ກາ ສືບ​ຕໍ່​ເປີດ​ກວ້າງ​ການ​ດຳ​ເນີນ​ທຸລະ​ກິດ​ຢູ່​ຫວຽດນາມ.

ສ່ວນທ່ານຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ກໍ່​ຢືນຢັນ​ວ່າ, ລັດຖະບານ ຫວຽດນາມ ຍາມ​ໃດ​ກໍ່ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຕ່າງປະ​ເທດ, ​ໃນ​ນັ້ນ​ມີ ອາ​ເມ​ລິ​ກາ ມີ​ຄວາມ​ອຸ່ນ​ອ່ຽນ​ໃຈ​ລົງທຶນ, ດຳ​ເນີນ​ທຸລະ​ກິດ​ຍາວ​ນານ​ຢູ່ ຫວຽດນາມ, ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ, ຝ່າຍ ຫວຽດນາມ​ຈະ​ຕັ້ງໜ້າ​ໜູນ​ຊ່ວຍ BCIU  ​ແລະ ບັນດາ​ວິ​ສາ​ຫະກິດ ອາ​ເມ​ລິ​ກາ ​ໃນ​ການ​ຊອກ​ຮູ້​ຕະຫຼາດ, ​ເຊື່ອມ​ຕໍ່​ຄູ່​ຮ່ວມ​ມື ​ແລະ ຫວັງ​ວ່າ BCIU ຈະ​ສືບ​ຕໍ່​ມີ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ກັບ ຫວຽດນາມ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ດ້ານ​ເສດຖະກິດ​ເວົ້າ​ສະ​ເພາະ ​ແລະ ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ອາ​ເມ​ລິ​ກາ ​ເວົ້າ​ລວມ, ຕາມ​ທິດ​ແທດ​ຈິງ, ມີ​ປະສິດທິ​ຜົນ​ໃນ​ໄລຍະ​ຈະ​ມາ​ເຖິງ.

 

ຂ່າວ/ບົດ​ອື່ນ