ຮອງນາຍົກລັດຖະມົນຕີເຈືອງຮ່ວາບີ່ງເຂົ້າຮ່ວມພິທີປຸກລະດົມບຸນເຕັດປູກຕົ້ນໄມ້

ຮອງນາຍົກລັດຖະມົນຕີເຈືອງຮ່ວາບີ່ງເຂົ້າຮ່ວມພິທີປຸກລະດົມບຸນເຕັດປູກຕົ້ນໄມ້ - ảnh 1
ຮອງນາຍົກລັດຖະມົນຕີເຈືອງຮ່ວາບີ່ງເຂົ້າຮ່ວມພິທີປຸກລະດົມບຸນເຕັດປູກຕົ້ນໄມ້

(vovworld) - ​​ວັນ​ທີ 12/2, ຢູ່​ຕາ​ແສງ ຢາວ​ລອງ, ເມືອງ ຢາວ​ຖູຍ, ແຂ​ວງ ນາມ​ດິ້ງ, ທ່ານ​ຮອງ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ເຈືອງ​ຮ່​ວາ​ບີ່ງ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ປຸກ​ລະ​ດົມ​ວັນ​ບຸນ​ປູກ​ຕົ້ນ​ໄມ້ ໂດຍ​ສູນ​ກາງ​ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ ໂຮ່​ຈ​ີມ​ິນ ສົມ​ທົບ​ກັບ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ນາມ​ດິ້ງ ຈັດ​ຕັ້ງ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ແທດ​ຈິງ ເພື່ອ​ແນ​ໃສ່​ໂຄ​ສະ​ນາ, ສຶກ​ສາ ແລະ ເສີ​ມ​ຂະ​ຫຍາຍ​ນ້ຳ​ໃຈ​ປະ​ຈັນ​ບານ, ອາ​ສາ​ສະ​ໝັກ​ຂອງ​ໄວ​ໜຸ່ມ​ໃນ​ວຽກ​ງານ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ສ້າງ​ບັນ​ຍາ​ກາດ​ແຂ່ງ​ຂັນ​ທີ່​ຟົດ​ຟື້ນ​ໃນ​ໝູ່​ສະ​ມາ​ຊິກ​ຊາວ​ໜຸ່ມ, ຊາວ​ໜຸ່ມ​ສ້າງ​ຜົນ​ງານ​​ຂ່ຳ​ນັບ​ຮັບ​ຕ້ອນກອງ​ປະ​ຊຸມ​ໃຫຍ່​ທຸກ​​ຊັ້ນ​ມຸ່ງ​ໄປ​ເຖິງກອງ​ປະ​ຊຸມ​ໃຫຍ່​​ຊາວ​ໜຸ່ມ​ທົ່ວ​ປະ​ເທ​ດຄັ້ງ​ທີ 11, ອາ​ຍຸ​ການ 2017 – 2022. ພາຍຫຼັງ​ພິ​ທີ​ປຸກ​ລະ​ດົມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈືອງ​ຮ່​ວາ​ບີ່ງ ໄດ​້​ພ້ອມ​ກັບ​ບັນ​ດາ​ຜູ້​ແທນ​ສູນ​ກາງ ແລະ ສະ​ມາ​ຊິກ​ຊາວ​ໜຸ່ມ, ປະ​ຊາ​ຊົນ​ເມືອງ ຢາວ​ຖູຍ 1.500 ຄົນເຂົ້າ​ຮ່ວມ​ການ​ປູກ​ຕົ້ນ​ໄມ້ 3.500 ຕົ້ນເພື່ອ​ກັນ​ຟອງ​ທະ​ເລ​ຢູ່​ເຂດ​ແຄມ​ທະ​ເລ​ຕາ​ແສງ ຢາວ​ລອງ.


ຂ່າວ/ບົດ​ອື່ນ