ຮອງນາຍົກລັດຖະມົນຕີເຈືອງຮ່ວາບີ່ງເຮັດວຽກຢູ່ແຂວງກວາງນີງ

ຮອງນາຍົກລັດຖະມົນຕີເຈືອງຮ່ວາບີ່ງເຮັດວຽກຢູ່ແຂວງກວາງນີງ - ảnh 1
ຮອງນາຍົກລັດຖະມົນຕີເຈືອງຮ່ວາບີ່ງເຮັດວຽກຢູ່ແຂວງກວາງນີງ
(ພາບ: VGP/Lê Sơn)

(vovworld) – ວັນ​ທີ 10/8, ທ່ານ ​ເຈືອງ​ຮ່ວາ​ບີ່​ງ, ຮອງ​ນາຍົກລັດຖະມົນຕີ ມີ​ກາ​ນ​ເຮັດ​ວຽກ​ຢູ່​ແຂວງ​ກວາງ​ນີງ, ກ່ຽວ​ກັບ​ການ​ຕີ​ລາຄາ​ໝາກຜົນ​ແຫ່ງ​ການ​ປະຕິບັດ​ໜ້າ​ທີ່​ເສດຖະກິດ - ສັງຄົມ​ໃນ 7 ​ເດືອນ​ຕົ້ນປີ 2016, ໝາກຜົນ​ການ​ປະຕິບັດ​​ແຜນ​ຮ່າງ 25 ກ່ຽວ​ກັບ​ການ​ສ້າງ​ສູນ​ບໍ​ລິຫານສາທາລະນະ​ຕິດ​ພັນ​ກັບ​ແຜນ​ຮ່າງ​ສ້າງອຳນາດ​ການ​ປົກຄອງ​ເອ​ເລັກ​ໂຕ​ນິກ. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເຈືອງ​ຮ່ວາ​ບີ່​ງ ​ໄດ້​ຍ້ອງຍໍ​ຊົມ​ເຊີຍ​ແຂວງ ກວາງ​ນີງ ​ໄດ້​ມີ​ການ​ຊີ້​ນຳ​ຄົບ​ຊຸດ, ​ເດັດຂາດ, ມີ​ຫຼາຍ​ວິທີ​ເຮັດ​ໃໝ່, ມີ​ຫົວຄິດ​ປະດິດ​ສ້າງ​ໃນ​ການ​ປະຕິບັດ​ການ​ປະຕິ​ຮູບ​ບໍລິຫານ, ພິ​ເສດ​ແມ່ນ​ຮູບ​ແບບ​ບັນດາ​ສູນ​ບໍລິຫານ​ສາທາລະນະ​ຢູ່​ຂັ້ນ​ເມືອງ, ​ແຂວງ​ມີ​ລັກສະນະ​ກະຈ່າງ​ແຈ້ງ, ​ເປີ​ດ​ເຜີຍ, ນຳ​ມາ​ເຊິ່ງປະສິດທິ​ຜົນ​ສູງ, ຕອບ​ສະໜອງ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ປະຊາຊົນ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຮຽກຮ້ອງ​​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ແຂວງ ກວາງ​ນີງ ຕ້ອງ​ສືບ​ຕໍ່​ຜັນ​ຂະຫຍາຍ​ແຜນການ​ປະຕິ​ຮູບ​ບໍລິຫານ​ໄລຍະ 2016 – 2017, ກຳນົດ​ທິດ​ຮອດ​ປີ 2020 ຕາມ​ທິດ​ຄົບ​ຊຸດ, ມີ​ຈຸດ​ສຸມ, ມີ​ປະສິດທິ​ຜົນ​ຕິດ​ພັນ​ກັບ​ການ​ນຳ​ໃຊ​້​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ… ຄຽງ​ຄູ່​ກັນ​ນັ້ນ, ​ແຂວງ ກວາງ​ນີງ ຕ້ອງ​ສຸມ​ໃສ່​ບັນດາ​ມາດ​ຕະການ​ແທດ​ຈິງ​​ເພື່ອປະຕິ​ຮູບ​ສະພາບ​ແວດລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ, ຍົກ​ສູງ​ກຳລັງ​ແກ່ງ​ແຍ້​ງ​ແຫ່ງ​ຊາດ, ຍູ້​ແຮງ​ການ​ໜູນ​ຊ່ວຍ​ພັດທະນາ​ວິ​ສາ​ຫະກິດ.


ຂ່າວ/ບົດ​ອື່ນ