ຮອງນາຍົກລັດຖະມົນຕີເວືອງດີ່ງເຫ້ວຊົມເຊີຍ USAID ໜູນຊ່ວຍວິສາຫະກິດ ຫວຽດນາມ ເຂົ້າຮ່ວມລະບົບສະໜອງທົ່ວໂລກ

(VOVWORLD) -ໃນຕອນບ່າຍວັນທີ 7 ທັນວາ, ທີ່ສຳນັກງານລັດຖະບານ, ທ່ານ ເວືອງດີ່ງເຫ້ວ ຮອງນາຍົກລັດຖະມົນຕີ ຫວຽດນາມ ຕ້ອນຮັບທ່ານ Michael Greene, ຜູ້ອຳນວຍການອົງການພັດທະນາສາກົນ ອາເມລິກາ (USAID) ປະຈຳ ຫວຽດນາມ.

ຮອງນາຍົກລັດຖະມົນຕີເວືອງດີ່ງເຫ້ວຊົມເຊີຍ USAID ໜູນຊ່ວຍວິສາຫະກິດ ຫວຽດນາມ ເຂົ້າຮ່ວມລະບົບສະໜອງທົ່ວໂລກ - ảnh 1ທ່ານ ເວືອງດີ່ງເຫ້ວ ຮອງນາຍົກລັດຖະມົນຕີ ຫວຽດນາມ ຕ້ອນຮັບ

ທ່ານ Michael Greene, ຜູ້ອຳນວຍການ USAID ປະຈຳ ຫວຽດນາມ

(ພາບ: TTXVN)

ທ່ານ Michael Greene, ອົງການພັດທະນາສາກົນ ອາເມລິກາ ໄດ້ມີການຮ່ວມມືກັບ ຫວຽດນາມ ໃນຫຼາຍປີຜ່ານມາ, ຜ່ານບັນດາໂຄງການໜູນຊ່ວຍດ້ານເຕັກນິກກ່ຽວກັບການບໍລິຫານລັດ ແລະ ພັດທະນາເສດຖະກິດ. USAID ພວມອອກແບບສອງໂຄງການໜູນຊ່ວຍດ້ານເຕັກນິກໃຫ້ ຫວຽດນາມ ລວມມີ ການໜູນຊ່ວຍປະຕິບັດລາຍການສ້າງຄວາມສະດວກດ້ານການຄ້າ ແລະ ໜູນຊ່ວຍວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງຂອງ ຫວຽດນາມ ເຂົ້າຮ່ວມລະບົບສະໜອງທົ່ວໂລກ. ຍອດຈຳນວນມູນຄ່າຊ່ວຍເຫຼືອລ້າຂອງສອງໂຄງການແມ່ນ ກວ່າ 50 ລ້ານ USD .

        ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານ ຮອງນາຍົກລັດຖະມົນຕີ ເວືອງດີ່ງເຫ້ວ ຢືນຢັນວ່າ ລັດຖະບານ ຫວຽດນາມ ຕີລາຄາສູງບັນດາການປະກອບສ່ວນເວົ້າລວມ  ກໍ່ຄືບັນດາການເຄື່ອນໄຫວລະອຽດຂອງ USAID ທີ່ໄດ້ໜູນຊ່ວຍ ຫວຽດນາມ ໃນການພັດທະນາເສດຖະກິດ - ສັງຄົມ ແລະ ການບໍລິຫານແຫ່ງຊາດ. ທ່ານ ຮອງນາຍົກລັດຖະມົນຕີ ເວືອງດີ່ງເຫ້ວ ໃຫ້ຮູ້ວ່າ ບັນດາໂຄງການ USAID ໄດ້ເລືອກຕັ້ງແມ່ນເໝາະສົມທີ່ສຸດກັບຄວາມຕ້ອງການຂອງຫວຽດນາມໃນປັດຈຸບັນ. ລັດຖະບານ ຫວຽດນາມ ຊົມເຊີຍ ແລະ ຊຸກຍູ້ບັນດາກະຊວງ, ຂະແໜງການເພື່ອມີໂຄງການຜັນຂະຫຍາຍໃຫ້ມີປະສິດທິຜົນດີທີສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ