ຮອງນາຍົກລັດຖະມົນຕີເວືອງດິງເຫ້ວຕ້ອນຮັບປະທານສະຫະສະມາຄົມການຄ້າອາເມລິກາ Michael Kelly

(VOVWORLD) -ໃນຕອນເຊົ້າວັນທີ 02 ພຶດສະພາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິງເຫ້ວ ໄດ້ຕ້ອນຮັບທ່ານປະທານ ສະຫະສະມາຄົມການຄ້າອາເມລິກາ Michael Kelly.

ຮອງນາຍົກລັດຖະມົນຕີເວືອງດິງເຫ້ວຕ້ອນຮັບປະທານສະຫະສະມາຄົມການຄ້າອາເມລິກາ Michael Kelly - ảnh 1ທ່ານຮອງນາຍົກລັດຖະມົນຕີຫວຽດນາມເວືອງດິງເຫ້ວໄດ້ຕ້ອນຮັບທ່ານປະທານສະຫະສະມາຄົມການຄ້າອາເມລິກາ Michael Kelly

(ພາບ:  Thanh Chung/ VGP)

ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິງເຫ້ວ ຖືວ່າ ຫວຽດນາມ ແລະ ອາເມລິກາ ແມ່ນສອງພື້ນຖານເສດຖະກິດທີ່ມີລັກສະນະເພີ່ມເຕີມເຊິ່ງກັນແລະກັນ. ຫວຽດນາມບໍ່ມີແຜນນະໂຍບາຍກ່ຽວກັບການສົ່ງອອກເກີນດຸນໄປຍັງຕະຫຼາດອາເມລິກາ ເຊິ່ງພຽງແຕ່ສຸມໃສ່ສົ່ງອອກບັນດາປະເພດສິນຄ້າທີ່ມີທ່າໄດ້ປຽບຢູ່ພາຍໃນປະເທດ ແລະ ເພີ່ມທະວີການນຳເຂົ້າບັນດາປະເພດສິນຄ້າເຕັກໂນໂລຢີສູງ, ເປັນມິດກັບສິ່ງແວດລ້ອມຈາກຝ່າຍອາເມລິກາ, ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງວິສາຫະກິດ ແລະປະຊາຊົນສອງປະເທດ. ລັດຖະບານຫວຽດນາມຈະສ້າງເງື່ອນໄຂອຳນວຍຄວາມສະດວກສູງສຸດ ໃຫ້ແກ່ບັນດາວິສາຫະກິດອາເມລິກາ, ເໝາະສົມກັບຄວາມສາມາດ ແລະ ບັນດາຂໍ້ກຳນົດໃນກົດໝາຍພາຍໃນ ແລະ ສາກົນທີ່ກ່ຽວຂ້ອງ. ທ່ານຮອງນາຍົກລັດຖະມົນຕີ ເວືອງດິງເຫ້ວ ສະແດງຄວາມປາດຖະໜາຢາກໃຫ້ ສະພາການຄ້າອາເມລິກາປະຈຳຫວຽດນາມ, ສະພາດຳເນີນທຸລະກິດອາເມລິກາ - ອາຊຽນ ແລະ ບັນດາວິສາຫະກິດອາເມລິກາຈະແມ່ນຂົວເຊື່ອມຕໍ່ທີ່ສຳຄັນ, ປະກອບສ່ວນເຂົ້າໃນການພັດທະນາຂອງສາຍພົວພັນທາງການທູດ, ເສດຖະກິດ ແລະ ການພັດທະນາລວມລະຫວ່າງສອງປະເທດໃນໄລຍະຈະມາເຖິງ.

        ສ່ວນທ່ານ Michael Kelly ຢັ້ງຢືນວ່າ ຈະສົມທົບກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ວິສາຫະກິດຂອງຫວຽດນາມຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ການຮ່ວມມື-ລົງທຶນລະຫວ່າງສອງຝ່າຍກໍຄືຊອກຫາບັນດາມາດຕະການ ເພື່ອເປັນເສນາທິການໃຫ້ແກ່ລັດຖະບານອາເມລິກາ ແລະ ຫວຽດນາມ, ແກ້ໄຂບັນດາບັນຫາທີ່ເກີດຂຶ້ນໃນຂະແໜງການຄ້າ-ການລົງທຶນລະຫວ່າງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ