ຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ວພົບປະກັບຜູ້ມີສິດເລືອກຕັ້ງຮ່າຕິ້ງ

ຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ວພົບປະກັບຜູ້ມີສິດເລືອກຕັ້ງຮ່າຕິ້ງ - ảnh 1
ທ່ານຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ວພົບປະກັບຜູ້ມີສິດເລືອກຕັ້ງຮ່າຕິ້ງ
(ພາບ​ປະ​ກອບ)


(vovworld) ​- ຕອນ​ເຊົ້າ​ວັ​ນ​ທີ 04/12, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິ່ງ​ເຫ້ວ ພ້ອ​ມ​ກັບ​ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ແຂວງ ຮ່າ​ຕິ້ງ ໄດ້​ມີ​ການ​ພົບ​ປະ​ກັບຜູ້​ມີ​ສິດ​ເລືອກ​ຕັ້ງ​​ດ້ວຍຫົວ​ເລື່ອງ​ສະ​ເພາະ​ກ່ຽວ​ກັບ​ຂົງ​ເຂດ​ກະ​ສິ​ກຳ, ປ່າ​ໄມ້, ການ​ພັດ​ທະ​ນາ​ຊົນ​ນະ​ບົດ ແລະ ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່. ທີ່​ການ​ພົບ​ປະ, ຜູ້​ມີ​ສິດ​ເລືອກ​ຕັ້​ງ​ສະ​ເໜີ​ຕໍ່​ລັດ​ຖະ​ບານ, ສະ​ພາ​ແຫ່ງ​ຊາດ​ເອົ​າ​ໃຈ​ໃສ່​ລົງ​ທຶນ​ບັນ​ດາ​ກິດ​ຈະ​ກຳ​ເຮືອນ​ຮັບ​ມື້​ກັບ​ນຳ​ແກ່ງ​​ໃຫ້​ເໝາະ​ສົມ​ກັບ​ແຕ່​ລະ​ທ້ອງ​ຖິ່ນ, ໂດຍ​ສະ​ເພາ​ແມ່ນ​ເຂດ​ຫ່າງ​ໄກ​ຊອກ​ຫຼີກ ເພື່ອ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ມີ​ຄວາມ​ອຸ່ນ​ອ່ຽນ​ໃຈ​ທຳ​ການ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ໝັ້ນ​ຄົງ.

        ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວື້ອງ​ດິ່ງ​ເຫ້ວ ເນັ້ນ​ໜັກ​ວ່າ, ບັນ​ຫາ​ກະ​ສິນ​ກຳ, ຊາວ​ກະ​ສິ​ກຳ, ຊົນ​ນະ​ບົດ​ແມ່ນ​ບັນ​ຫາ​ຍຸ​ດ​ທະ​ສາດ, ແມ່ນ​ເສົ້​າ​ຄ້ຳ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ… ເພາະ​ສະ​ນັ້ນ, ການ​ປະ​ຕິ​ບັດ​ໂຄງ​ການ​ຊົນ​ນະ​ບົດ​ໃໝ່​ແມ່ນ​ວິ​ວັດ​ການ​ປະ​ຕິ​ບັດ​ຢ່າງ​ຕໍ່​ເນື່ອງ, ບໍ່​ຢຸດ​ຢັ້ງ​ເພື່ອ​ເພີ່ມ​​ຄຸນ​ຄ່າ​ໝັ້ນ​ຄົງ ແລະ ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່​ຂອ​ງ​ປະ​ຊາ​ຊົນ.

ຂ່າວ/ບົດ​ອື່ນ