ຮອງນາຍົກລັດຖະມົນຕີເວືອງດິງເຫ້ວເຮັດວຽກຢູ່ແຂວງເຮົ້າຢາງ

ຮອງນາຍົກລັດຖະມົນຕີເວືອງດິງເຫ້ວເຮັດວຽກຢູ່ແຂວງເຮົ້າຢາງ - ảnh 1
ຮອງນາຍົກລັດຖະມົນຕີເວືອງດິງເຫ້ວເຮັດວຽກຢູ່ແຂວງເຮົ້າຢາງ
(ພາບ: VGP)

(vovworld) - ​​ໃນ​ລະ​ຫວ່າງວັນ​ທີ 17 – 18/05, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອ​ງ​ດິງ​ເຫ້ວ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ເຂດຕາ​ເວັນ​ຕົກ​ພາກ​ໃຕ້ ໄດ້​ລົງ​ກວດ​ກາ ແລະ ເຮັດ​ວຽກ​ກັບ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ເຮົ້າ​ຢາງ ກ່ຽວ​ກັບ​ການ​ພັດ​ທະ​ນາ​ບັນ​ດາ​ໜ້າ​ທີ່​ພັດ​ທະ​ນາ​ເສດ​ຖະ​ກິດ​, ສັງ​ຄົມ ແລະ ການ​ປ້ອງ​ກັນ, ຕ້ານ​ໄພ​ແຫ້ງ​ແລ້ງ, ນ້ຳ​ເຄັມ​ຊຶມ​ເຂົ້າ​ໃນ​ບໍ​ລິ​ເວນ​ແຂວງ. ພາຍ​ຫຼັງ​ການ​ໄປ​ກວດກາ ແລະ ເຮັດ​ວຽກກັບ​ການ​ນຳ​ແຂວງ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອ​ງ​ດິງ​ເຫ້ວ ໄດ້​ຕີ​ລາ​ຄາ​ສູງ​ອຳ​ນາດ​ການ​ປົກ​ຄອ​ງ ແລະ ປະ​ຊາ​ຊົນ​ແຂວງ ເຮົາ​ຢາງ ໄດ້​ເປັນ​ເ​ຈົ້າ​ການ​ແກ້​ໄຂ​ຜົນ​​ຮ້າຍ​ຢ້ອນ​ຫຼວງ​ຈາກ​ໄ​ພ​ທຳ​ມະ​ຊາດ. ທ່ານ​ຮອງ​ນາ​ຍົກ​ລັດ​ມົນ​ຕີ ສະ​ເໜີ​ອຳ​ນາດ​ການ​ປົກ​ຄອງ​ແຂວງ ເຮົາ​ຢາງ ຕ້ອງມ​ີ​ຫຼາຍ​ວິ​ທີ​ການ ເພື່ອ​ຂົນ​ຂວາຍ​ພໍ່​ແມ່​ປະ​ຊາ​ຊົນ​ນຳ​ໃຊ້​ແຫຼ່ງນ​້ຳ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ປະ​ຢັດ, ຮ​ີບ​ເຮັ່ງ​ປັບ​ປຸງ​ການ​ວາງ​ແຜນ​ນຳ​ໃຊ້​ທີ່​ດິນ ຕິດ​ພັນ​ກັບ​ການ​ສ້າງ​ໂຄງ​ປະ​ກອບ​ຂະ​ແໜງ​ກະ​ສິ​ກຳ​ຄືນ​ໃໝ່, ​ຂະ​ຫຍາຍ​ບັນ​ດາ​ຮູບ​ແບບ​ໜ່ວຍ​ສະ​ຫະ​ກອນ, ສະ​ຫະ​ກອນ ເພື່ອ​ເພີ່ມລະ​ບົບ​ການ​ຜະ​ລິດ, ຍົກ​ສ​ູງ​ຄຸນ​ຄ່າ​ຂອງ​ຜະ​ລິດ​ຕະ​ພັນ​ກະ​ເສດ, ສັດ​ລ້ຽງ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃສ່​ໃຈ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ ແລະ ທ້ອງ​ຖິ່ນ​ໃນ​ເຂດ ເອົາ​ໃຈ​ໃສ່​ສ້າງ​ກົນ​ໄກ​ປະ​ສານ​ແຫຼ່ງ​ນ້ຳ ຮັບ​ໃຊ້​ໃຫ້​​ແກ່ການ​ຜະ​ລິດ​ກະ​ສິ​ກຳ ແລະ ແກ້​ໄຂໄພ​ແຫ້ງ​ແລ້ງ, ນ້ຳ​ເຄັມ​ຊຶນ​ເຂົ້າ​ ຮັບ​ປະ​ກັບຄວາມ​ກົມ​ກຽວ​ລະ​ຫວ່າງ​ຜົນ​ປະ​ໂຫຍດ​ຂອງ​ບັນ​ດາ​ແຂວງ​ໃນ​ເຂດ.

ຂ່າວ/ບົດ​ອື່ນ