ຮອງນາຍົກລັດຖະມົນຕີເວືອງດິງເຫ້ວໃຫ້ການຕ້ອນຮັບທ່ານຜູ້ອຳນວຍການໃຫຍ່ທະນາຄານCommonwaelth

ຮອງນາຍົກລັດຖະມົນຕີເວືອງດິງເຫ້ວໃຫ້ການຕ້ອນຮັບທ່ານຜູ້ອຳນວຍການໃຫຍ່ທະນາຄານCommonwaelth  - ảnh 1
ທ່ານ​ ເວືອງ​ດິ່ງ​ເຫ້ວ ຮອງ​ນາ​ຍົກ​ລັດ​ຖະ​ມົນຕີ​ຫວຽດ​ນາມ​
ໃຫ້​ການ​ຕ້ອນ​ຮັບ​ ທ່ານ Ian Narev
(ພາບ: ແທງຈູງ)

(vovworld) –​ ໃນ​ຕອນ​ບ່າຍ ວັນ​ທີ 8/6, ຢູ່​ຮ່າ​ໂນ້ຍ, ທ່ານ​ ເວືອງ​ດິ່ງ​ເຫ້ວ ຮອງ​ນາ​ຍົກ​ລັດ​ຖະ​ມົນຕີ​ຫວຽດ​ນາມ​ ໃຫ້​ການ​ຕ້ອນ​ຮັບ​ ທ່ານ Ian Narev, ຜູ້​ອຳ​ນວຍ​ການ​ໃຫຍ່ທະ​ນາ​ຄານ Commonwaelth Australia ແລະ ທ່ານ Hugh Borrowman ເອກ​ອັກ​ຄະ​ລັດ​ຖະ​ທູດ ອົດ​ສ໌​ຕ​ຣາ​ລີ ປະ​ຈຳ​ ຫວຽດ​ນາມ. ທ່ານ​ ເວືອງ​ດິ່ງ​ເຫ້ວ ຮອງ​ນາ​ຍົກ​ລັດ​ຖະ​ມົນຕີ​ຫວຽດ​ນາມ ຊີ້​ແຈ​້​ງວ່າ: ການ​ພົວ​ພັນ ລະ​ຫວ່າງ ຫວຽດ​ນາມ ແລະ Australia ພວມ​ພັດ​ທະ​ນາ​ຢ່າງ​ດີ​ງາມ ໃນ​ທຸກ​ຂົງ​ເຂດ ເສດ​ຖະ​ກິດ, ການ​ເມືອງ, ພິ​ເສດ, ສອງ​ປະ​ເທດ ​ລ້ວນ​ແຕ່​ເປັນ​ສະ​ມາ​ຊິກ ສັນ​ຍາ​ການ​ຄ້າ​ຂ້າມ​ປາ​ຊີຟິກ (TPP). ທ່ານ​ ຮອງ​ນາ​ຍົກ​ລັດ​ຖະ​ມົນຕີ ເຊື່ອ​ໝັນ​ວ່າ: ​ເມື່ອ​ສັນ​ຍາ​ ໄດ້​ຮັບ​ການ​ເຊັນ​ອະ​ນຸ​ມັດ ແລະ ມີ​ຜົນ​ສັກ​ສິດ, ການ​ພົວ​ພັນ​​ດ້ານເສດ​ຖະ​ກິດ, ການ​ຄ້າ ລະ​ຫວ່າງ ສອງ​ປະ​ເທດ ຈະ​ພັດ​ທະ​ນາ ດ້ວຍ​ຂອບ​ຂະ​ໜາດ​ໃຫຍ່ກວ່າຫຼາຍ ​ເມື່ອທຽບ​ໃສ່​ປັດ​ຈຸ​ບັນ. ທ່ານ​ ເວືອງ​ດິ່ງ​ເຫ້ວ ຮອງ​ນາ​ຍົກ​ລັດ​ຖະ​ມົນຕີ ປາດ​ຖະ​ໜາ​ວ່າ: ນັກ​ລົງ​ທຶນ ຂອງ Australia ຈະ​ເພີ່ມ​ທະ​ວີ​​ການລົງ​ທຶນ​ ເຂົ້າ​ຫວຽດ​ນາມ ຫຼາຍກວ່າ​ອີກ.

ຂ່າວ/ບົດ​ອື່ນ