ຮອງປະທານປະເທດ Nguyen Thi Doan ຢ້ຽມຢາມ ແລະ ເຮັດວຽກຢູ່ ຫວິງລອງ

ຮອງປະທານປະເທດ Nguyen Thi Doan ຢ້ຽມຢາມ ແລະ ເຮັດວຽກຢູ່ ຫວິງລອງ - ảnh 1
ທ່ານນາງຮອງປະທານປະເທດ Nguyen Thi Doan

(vovworld) - ວັນ​ທີ 5/4, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ Nguyen Thi Doan ​ໄດ້​ສິ້ນ​ສຸດ​ການ​ຢ້ຽມຢາມ​ຢູ່​ແຂວງ ຫວິ​ງລອງ​ ມາ​ເປັນ​ເວລາ 2 ວັນ. ​ເມື່ອ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ຫວິ​ງລອງ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ Nguyen Thi Doan ​ເນັ້ນ​ໜັກ​ວ່າ: ​ແຂວງ    ຫວິ​ງລອງ​ ຄວນ​ສືບ​ຕໍ່​ຂຸດ​ຄົ້ນ​ບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ໄດ້​ປຽບ​ໃນ​ການ​ຜະລິດ​ກະ​ສິກຳ, ປະຕິ​ຮູບ​ບັນດາ​ລະບຽບ​ການ​ບໍລິຫານ ​ເພື່ອ​ດຶງ​ດູດ​ການ​ລົງທຶນ ​ແນ​ໃສ່​ຊຸກ​ຍູ້​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ທ້ອງ​ຖີ່​ນ. ​ທາງແຂວງ​ຄວນ​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸ​ດທີ່ມີ​ຄຸນ​ນະພາ​ບສູງ, ສອນ​ວິຊາ​ຊີບ​ໃຫ້​ແກ່​ຊາວ​ກະ​ສີກ​ອນຕາມ​ທິດ​ຍົກ​ລະດັບດ້ານ​ເຕັກນິກ, ຄວາມ​ຊຳນານ​ເພື່ອ​​ເຂົາ​ເຈົ້າສ້າງ​ຄວາມ​ຮັ່ງມີ​ໃນ​ທົ່ງ​ນາ​ຂອງ​ຕົນ.

ຂ່າວ/ບົດ​ອື່ນ