ຮອງປະທານປະເທດ ຫງວຽນທິຢວານ ຕ້ອນຮັບຄະນະຜູ້ແທນທີ່ມີຄຸນງາມຄວາມດີແຂວງແຄ໋ງຮ່ວາ

ຮອງປະທານປະເທດ ຫງວຽນທິຢວານ ຕ້ອນຮັບຄະນະຜູ້ແທນທີ່ມີຄຸນງາມຄວາມດີແຂວງແຄ໋ງຮ່ວາ - ảnh 1
ທ່ານນາງຮອງປະທານປະເທດ ຫງວຽນທິຢວານ
(ພາບປະກອບ)

(vovworld) - ​​ຕອນ​ບ່າຍ​ວັນ​ທີ 7/5, ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ນາງ​ຮອງປະທານ​ປະ​ເທດ ຫວຽດນາມ ຫງວຽນ​ທິຢວານ ​ໄດ້​ໃຫ້ກາ​ນຕ້ອນຮັບ​ຄະນະ​ຜູ້​ແທນ​ທີ່​ມີ​ຄຸນງາມ​ຄວາມ​ດີ​ແຂວງ ​ແຄ໋ງຮ່ວາ, ​ເນື່ອງ​ໃນ​ໂອກາດ​ຄະນະ​ມາ​ຢ້ຽມຢາມ​ນະຄອນຫຼວງ ຮ່າ​ໂນ້ຍ ​ແລະ ​ເຂົ້າ​ສຸສານ​​ປະທານ ​ໂຮ່ຈີ​ມິນ. ທີ່​ການ​ຕ້ອນຮັບ, ທ່ານ​ນາງ​ຮ​ອງປະທານ​ປະ​ເທດ  ຫງວຽນ​ທິຢວານ ຮຽກ​ຮ້ອງ​ໃຫ້​ແຂວງ ​ແຄ໋ງຮ່ວາ​ປະຕິບັດ​ວຽກ​ງານ​ເບິ່ງ​ແຍງ​ດູ​ແລ​ຊີວິດ​ການ​ເປັນ​ຢູ່ໃຫ້​ຜູ້​ມີ​ຄຸນງາມຄວາມດີ, ສຸ​້ຊົນ​ເພື່ອ​ໃຫ​້ 100% ຈຳນວນຄອບຄົວ​ຜູ້​ມີ​ຄຸນງາມຄວາມດີ​ມີ​ລະດັບ​ຄອງ​ຊີບ​ເທົ່າທຽ​ມ ຫຼື ສູງ​ກ່ວາລະ​ດັບ​ຄອບ​ຊີບ​ທົ່ວ​ໄປ​ໃນ​ທ້ອງ​ຖິ່ນ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດຫວັງ​ວ່າ ຜູ້​ມີ​ຄຸນງາມຄວາມດີ​ແຂວງ ​ແຄ໋ງຮ່ວາ​ ຈະເສີມ​ຂະຫຍາຍ​ມູນ​ເຊື້ອ​ຮັກ​ຊາດ, ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ອອກ​ແຮງ​ງານ, ການຜະລິດ, ຮ່ວມ​ແຮ​ງຮ່ວມ​ໃຈ​ພ້ອມ​ກັບ​ພັກ, ລັດ ສ້າງ​ຊົນນະບົດ​ໃໝ່. ບັນດາ​ຜູ້​ແທນ​ມີ​ຄຸນງາມຄວາມດີ​ແຂວງ ​ແຄ໋ງຮ່ວາ ຢືນຢັນ​ຈະ​ຮັກສາ​ຄຸນ​ນະ​ທາດ​ອັນ​ສູງ​ສົ່ງ​ຂອງ​ນັກຮົບ​ປະຕິວັດ, ​ເປັນ​ແບບຢ່າງ, ຕັ້ງໜ້າ​ສຶກສາ​ຄຸນສົມບັດ, ມູນ​ເຊື້ອ​ໃຫ້​ແກ່​ລຸ້ນໜຸ່ມ​ຢູ່​ທ້ອງ​ຖິ່ນ, ປະກອບ​ສ່ວນ​ສ້າງ​ແຂວງ ​ແຄ໋ງຮ່ວາ ​ໃຫ້ນັບ​ມື້​ນັບ​ຮັ່ງ​ມີ, ສວຍງາມ.

ຂ່າວ/ບົດ​ອື່ນ